ກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງ ຄັ້ງທີ 2 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງ ຄັ້ງທີ 2 ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 14 ຕຸລາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ດຳລົງ ທັບລາດ ປະທານສະຫະພັນກຳມະບານແຂວງ, ມີບັນດາຄະນະບໍລິຫານງານກຳມະບານແຂວງ, ປະທານສະຫະພັນກຳມະບານ 7 ຕົວເມືອງ ແລະ ປະທານກຳມະບານຮາກຖານອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ເຫັນວ່າ ຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ ໂດຍສະເພາະວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານໂຄສະນາ, ວຽກງານຈັດຕັ້ງ, ກໍ່ສ້າງພະນັກງານກຳມະບານ ໃນໄລຍະ 3 ເດືອນຜ່ານມາ ໄດ້ຂະຫຍາຍໃໝ່ 166 ສະຫາຍ, ລວມສະມາຊິກກຳມະບານທັງໝົດ 9.093 ສະຫາຍ, ຍິງ 4.134 ສະຫາຍ ແລະ ຍັງໄດ້ເສີມຂະຫຍາຍວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ ໂດຍໄດ້ລົງຕິດຕາມກວດກາການໃຊ້ແຮງງານຢູ່ບັນດາຫົວໜ່ວຍແຮງງານຕ່າງໆພາຍໃນແຂວງ, ຝຶກອົບຮົມບົດບາດຍິງ-ຊາຍ, ລົງໂຄສະນາຕ້ານການຄ້າມະນຸດ 2 ຄັ້ງ, ໄດ້ໄກ່ເກ່ຍຂໍ້ຂັດແຍ່ງແຮງງານ 2 ຄັ້ງ, ສາມາດສ້າງກຸ່ມແຮງງານນອກລະບົບ 1 ກຸ່ມ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການເອົາໃຈໃສ່ພັດທະນາໃຫ້ດີຂື້ນເປັນກ້າວໆ.

ວຽກງານກອງທຶນ ກໍ່ໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ ໃນການລະດົມທຶນ ແລະ ປະຕິບັດນະໂຍບາຍໃຫ້ບັນດາສະມາຊິກກຳມະບານຜູ້ທີ່ປະສົບບັນຫາ ເຊັ່ນ: ເສຍຊີວິດ, ເກີດລູກ, ຜ່າຕັດ ແລະ ອື່ນໆ ໃນນັ້ນປະຕິບັດນະໂຍບາຍທັງໝົດເປັນເງິນ 206.799.500 ກີບ.

ຫຼັງຈາກນັ້ນ ບັນດາຜູ້ແທນກໍ່ໄດ້ປະກອບຄຳຄິດເຫັນ, ສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍຫົວຂໍ້ທີ່ສຳຄັນ ເປັນຕົ້ນແມ່ນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານກຳມະບານ ຂອງແຕ່ລະຮາກຖານທ້ອງຖິ່ນ, ການປະຕິບັດກົດລະບຽບ, ວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດ ໃຫ້ແກ່ຊາວຜູ້ອອກແຮງງານ, ການປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນຟົດຟື້ນກ້ວາງຂວາງ ແລະ ວຽກງານອື່ນໆ.

ກອງປະຊຸມ ຍັງໄດ້ຈັດພິທີມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈຳປີ 2020 ໃຫ້ແກ່ 7 ສະຫະພັນກຳມະບານເມືອງ, 4 ສະຫະພັນກຳມະບານພະແນກການ ແລະ 48 ກຳມະບານຮາກຖານ.

About admins14