ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ມອບທຶນສົມທົບສ້າງທາງເບຕົງໃຫ້ເມືອງບໍລິຄັນ

ໃນວັນທີ 19 ສິງຫາ 2021 ຢູ່ຫ້ອງວ່າເມືອງບໍລິຄັນ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ນໍາເອົາຊີມັງ 5 ໂຕນ ມູນຄ່າ 3.250.000 ກີບ ໄປມອບໃຫ້ເມືອງບໍລິຄັນ ເພື່ອສົມທົບສ້າງທາງເບຕົງ ພາຍໃນເທດສະບານເມືອງ, ກ່າວຮັບໂດຍ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ໂດຍຊ້ອງໜ້າ ສະຫາຍ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີຄະນະບໍລິຫານທິມງານຊາວໜຸ່ມແຂວງ, ຄະນະນໍາຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ພາຍຫຼັງສໍາເລັດພິທີມອບ-ຮັບ ຄະນະນໍາຂັ້ນແຂວງ-ເມືອງ ໄດ້ລົງຕິດຕາມເບິ່ງສະຖານທີ່ການກໍ່ສ້າງຕົວຈິງ ແລະ ສ້າງຂະບວນການກິລາບານເຕະມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງການນໍາຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.

About admins14