3 ອົງການຈັດຕັ້ງມະຫາຊົນ ສ້າງຂະບວນການປະດັບປະດາສວນສາທາລະນະ

ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ໃຫ້ເປັນຂະບວນຟົດຟື້ນ ເປັນຕົ້ນ ວັນຍຶດອຳນາດທົ່ວປະເທດ ຄົບຮອບ 46 ປີ (23 ສິງຫາ 1975-23 ສິງຫາ 2021) ໃນວັນທີ 19 – 20 ສິງຫາ 2021 ຢູ່ສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ 3 ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ເຊິ່ງນໍາພາໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ຄໍາໃບ ບໍລິວັນ ຮອງປະທານ ສະຫະພັນແມ່ຍິງແຂວງ ແລະ ສະຫາຍ ນາງ ພູເວີນ ສີຫາລາດ ຮອງປະທານ ສະຫະພັນກຳມະບານແຂວງ ໄດ້ນຳພາພະນັກງານພາຍໃນຫ້ອງການຂອງຕົນ ອອກແຮງງານລວມ ປະດັບປະດາບໍລິເວນສວນສາທາລະນະ.

ກິດຈະກໍາໃນຄັ້ງນີ້ປະກອບດ້ວຍ: ການອະນາໄມບໍລິເວນໜ້າສວນ, ປັກດອກໄມ້ໃສ່ຮູບໂຕໜັງສື ດ້ານໜ້າອານຸສາວະວະລີ ທ່ານ ສີສົມພອນ ລໍວັນໄຊ ໃຫ້ມີຄວາມສະອາດງາມຕາ ແລະ ເປັນລະບຽບ.

ການອອກແຮງງານຄັ້ງນີ້ ນອກຈາກຈະເຮັດໃຫ້ສະຖານທີ່ດັ່ງກ່າວມີຄວາມສວຍງາມແລ້ວ ສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ ຍັງເປັນທີ່ເອກອ້າງຂອງແຂວງ, ແຂກຄົນທີ່ຜ່ານໄປມາໄດ້ຊື່ນຊົມ ແລະ ຍົກຍ້ອງ, ການອອກແຮງງານເທື່ອນີ້ ນອກຈາກເປັນສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງຂອງຊາດ, ຂອງພັກແລ້ວ ຍັງສະແດງໃຫ້ເຫັນເຖິງຄວາມສາມັກຄີປອງດອງ ຂອງ 3 ອົງການຈັດຕັ້ງ.

About admins14