ຂົງເຂດ ວັດທະນະທຳ-ສັງຄົມ ເຜີຍແຜ່-ເຊື່ອມຊືມກົດລະບຽບຂອງພັກ ສະໄໝທີ XI

ກອງປະຊຸມເຜີຍແຜ່-ເຊື່ອມຊືມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຂັ້ນແຂວງ ຂົງເຂດວັດທະນະທຳ-ສັງຄົມ ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ເຜີຍແຜ່ ແລະ ເຊື່ອມຊືມໂດຍ ສະຫາຍ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ມີມີຄະນະພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່-ເຊື່ອມຊືມກົດລະບຽບພັກ ສະໄໝທີ XI ຈາກສະຫາຍຄະນະປະຈຳພັກແຂວງ ໂດຍສະຫາຍໄດ້ອະທິບາຍ ແລະ ຍົກໃຫ້ເຫັນ ເຖິງເນື້ອໃນກົດລະບຽບພັກ ຢູ່ບັນດາໝວດ-ບັນດາມາດຕາ ໃຫ້ລະອຽດຈະແຈ້ງຕື່ມ ແນ່ໃສ່ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍໄດ້ ຮັບຮູ້ເຂົ້າໃຈເປັນເອກະພາບ, ກໍາແໜ້ນຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດກົດລະບຽບພັກໃຫ້ເຂັ້ມງວດ.

ກົດລະບຽບພັກສະໄໝທີ XI ປະກອບມີ 15 ໝວດ, 64 ມາດຕາ ທີ່ມີເນື້ອໃນວ່າ ພັກປະຊາຊົນປະຕິວັດລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ແລະ ຂອງລະບອບປະຊາທິປະໄຕປະຊາຊົນລາວ, ເປັນຕົວແທນທີ່ຈົງຮັກພັກດີ ຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ.

ສຳລັບຂໍ້ຫ້າມຂອງສະມາຊິກພັກ ມີ 11 ຂໍ້ຫ້າມຄື: ຫ້າມເອົາຂໍ້ມູນ, ຂ່າວສານ ແລະ ເອກະສານຕ່າງໆ ທີ່ເປັນຄວາມລັບຂອງຊາດ, ຂອງພັກ, ຂອງລັດ, ຂອງກົມກອງ ອອກເຜີຍແຜ່, ແຈກຢາຍ ດ້ວຍຮູບການຕ່າງໆ, ຫ້າມກໍ່ພັກແຍກພວກ, ແບ່ງແຍກຄວາມສາມັກຄີພາຍໃນພັກ, ຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ ແລະ ການກະທຳຫຼາຍເຄົ້າ, ຫຼາຍພັກການເມືອງ, ຫ້າມແກ້ແຄ້ນ, ປາບປາມ, ບັງຄັບ, ນາບຂູ່ທຸກຮູບແບບ ຕໍ່ຜູ້ກ່າວຟ້ອງ, ຜູ້ຕຳນິສົ່ງຂ່າວ ແລະ ຜູ້ສະເໜີລາຍງານດ້ານຫຍໍ້ທໍ້ຕ່າງໆຂອງຕົນ ໃຫ້ແກ່ການຈັດຕັ້ງພັກຂັ້ນເທິງ, ຫ້າມຈັດຕັ້ງ, ເຄື່ອນໄຫວ, ເຂົ້າຮ່ວມຊຸມນຸມປະທ້ວງຕ້ານການຈັດຕັ້ງພັກ-ລັດ ແລະ ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ ແນວທາງນະໂຍບາຍຂອງພັກ, ທັບຖົມໂຈມຕີບຸກຄົນ ຫຼື ການຈັດຕັ້ງ ແລະ ລະບອບປະຊາທິປະໄຕປະຊາຊົນລາວ, ຫ້າມສວຍໃຊ້ໜ້າທີ່, ຕຳແໜ່ງ, ສິດອຳນາດຂອງຕົນ ຫຼື ແອບອ້າງຖານະ ຊື່ສຽງຂອງບຸກຄົນອື່ນ ເພື່ອສະແຫວງຫາຜົນປະໂຫຍດແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງ ແລະ ບຸກຄົນອື່ນ ເຊິ່ງເປັນພຶດຕິກຳການສໍ້ລາດບັງຫຼວງ, ຫ້າມສະມາຊິກພັກ ທີ່ເປັນພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານລັດວິສາຫະກິດທີ່ມີຖານະຕໍາແໜ່ງ, ສິດອໍານາດ, ລວມທັງເລຂາໜ່ວຍພັກ ແລະ ນາຍບ້ານ ແຕ່ງຕັ້ງ, ບັນຈຸຊັບຊ້ອນ ຜົວ ຫຼື ເມຍ, ລູກ ຫຼື ຍາດໃກ້ຊິດ ຮັບຜິດຊອບວຽກງານການຈັດຕັ້ງ-ພະນັກງານ, ວຽກກວດກາ, ເປັນເລຂາ, ບັນຊີການເງິນ, ນາຍຄັງ, ນາຍສາງ ຫຼື ຜູ້ຈັດຊື້ ແລະ ຈັດຈ້າງຕ່າງໆ ຢູ່ໃນການຈັດຕັ້ງທີ່ຕົນຮັບຜິດຊອບ, ຫ້າມສະມາຊິກພັກ ທີ່ເປັນພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດທີ່ຍັງປະຈໍາການ ເປັນຜູ້ອໍານວຍການ, ເປັນຄະນະອໍານວຍການ, ເປັນຜູ້ຈັດການວິສາຫະກິດ, ເປັນທີ່ປຶກສາໃຫ້ແກ່ວິສາຫະກິດເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ( ຍົກເວັ້ນຜູ້ທີ່ໄດ້ຖືກແຕ່ງຕັ້ງມອບໝາຍຈາກການຈັດຕັ້ງ ຢ່າງເປັນທາງການ ).

ຫ້າມປອມແປງເອກະສານ, ນໍາໃຊ້ເອກະສານປອມ, ກົດໜ່ວງຖ່ວງດຶງເອກະສານຕ່າງໆ ເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ ແລະ ບຸກຄົນອື່ນ, ປົກປິດ, ເຊື່ອງອໍາຂໍ້ມູນ, ຫຼັກຖານ ຫຼື ລາຍງານບໍ່ຖືກກັບຄວາມຈິງ, ບໍ່ໃຫ້ການຮ່ວມມືກັບການຈັດຕັ້ງທີ່ກ່ຽວຂ້ອງ ໃນການປະຕິບັດໜ້າທີ່, ຫ້າມຍັກຍອກ, ສໍ້ໂກງເອົາຊັບສິນ, ເງິນຄໍາຂອງລັດ, ລວມໝູ່ ຫຼື ຂອງພົນລະເມືອງ, ຫ້າມນໍາໃຊ້ງົບປະມານ, ຊັບສິນຂອງລັດ, ລວມໝູ່ ຫຼື ປຸກລະດົມ ການອຸປະຖໍາໃນທຸກຮູບແບບ ເພື່ອຈັດງານຕ່າງໆ ຫຼື ເອົາໄປເຮັດຂອງຂວັນ, ຂອງຕ້ອນ ຮັບໃຊ້ສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ ແລະ ບຸກຄົນອື່ນໆ, ຫ້າມຄອບຄອງ, ນໍາໃຊ້ຊັບສິນຂອງລັດ, ລວມໝູ່ ເກີນກໍານົດທີ່ອະນຸຍາດ, ຫ້າມຫັນ, ໂອນ, ໃຫ້ຜູ້ອື່ນເຊົ່າ ຫຼື ເອົາໄປນໍາໃຊ້ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງລັດ, ຫ້າມຫຼີ້ນກິນຟູມເຟືອຍ, ຈັດງານປະເພນີ ທີ່ເປັນການສ້າງຄ່ານິຍົມ ທີ່ບໍ່ຖືກຕ້ອງ, ຫ້າມຫຼິ້ນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃນການຫຼິ້ນການພະນັນທີ່ຕ້ອງຫ້າມ, ຫ້າມເຄື່ອນໄຫວເປັນໝໍຜີ, ໝໍດູ, ໝໍເຢົາ ແລະ ສວຍໃຊ້ສາສະໜາເຄື່ອນໄຫວທີ່ຜິດກົດໝາຍ, ຫ້າມຢູ່ກັບບຸກຄົນອື່ນ ໃນຖານະຜົວ ຫຼື ເມຍ ແລະ ຫ້າມແຕ່ງງານກັບຄົນຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ສະມາຊິກພັກ ທີ່ມີການລະເມີດຂໍ້ຫ້າມດັ່ງກ່າວ ຈະຖືກສໍາຫຼວດ, ກວດກາ, ສຶກສາອົບຮົມ ແລະ ລົງວິໄນ ຢ່າງເຂັ້ມງວດ.

ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງການເຜີຍແຜ່ ຄໍາສັ່ງເລທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະ ຄໍາສັ່ງເລທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

       ໃນວັນທີ 17 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ທ່າພະບາດ ແຂວງບໍລິຄຳໄຊ ກໍ່ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊືມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຊຸດທີ 01 ຂອງເມືອງ ພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ ໂດຍທ່ານ ສົມສົດ ແສງອາພອນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ, ມີບັນດາສະມາຊິກພັກ ແລະ ພະນັກງານຫລັກແຫລ່ງ ພາຍໃນເມືອງ ເຂົ້າຮ່ວມ.

About admins14