ເຈົ້າເມືອງປາກຊັນ ມອບເຄື່ອງຊ່ວຍເຫຼືອຄອບຄົວທຸກຍາກ ຢູ່ບ້ານທົ່ງໃຫຍ່

ດ້ວຍຄວາມເປັນຫ່ວງເປັນໄຍຂອງການນຳພັກລັດ ແລະ ອົງການຈັດຕັ້ງທຸກຂັ້ນ ທີ່ມີຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນຄອບຄົນທີ່ບໍ່ທັນພົ້ນທຸກ ໃຫ້ມີຊີວິດທີ່ດີຂຶ້ນ ໃນວັນທີ 8 ທັນວາ 2020, ທາງຄະນະພັກ, ຄະນະປົກຄອງເມືອງປາກຊັນ, ແຂວງບໍລິຄຳໄຊ ນຳໂດຍ ທ່ານ ໄມຈອມ ວັນນະສານຄຳ ເຈົ້້າເມືອງປາກຊັນ ພ້ອມດ້ວຍຄະນະ, ພະນັກງານຫ້ອງການກ່ຽວຂ້ອງຂອງເມືອງ, ອຳນາດການປົກຄອງບ້ານ ແລະ ອົງການຈັດຕັ້ງສະຫະພັນແມ່ຍິງບ້ານ ພາຍໃນເທດສະບານເມືອງ ໄດ້ນຳເອົາເຄື່ອງໄປມອບໃຫ້ຄອບຄົວຂອງທ້າວ ຄຳເປົ້າ ຈັນທະພົນ ອາຍຸ 41 ປີ ອາຊີບ ປະຊາຊົນ, ໃນຄອບຄົວມີ 4 ຄົນ, ຍີງ 2 ຄົນ, ມີລູກ 2 ຄົນ ຍີງ 1 ຄົນ ປະຈຸບັນຢູ່ບ້ານທົ່ງໃຫຍ່, ເມືອງປາກຊັນ, ແຂວງບໍລິຄຳໄຊ ເຊິ່ງເປັນຄອບຄົວທຸກຍາກ, ຂາດເຂີນ ແລະ ບໍ່ມີທີ່ຢູ່ອາໃສຖາວອນ, ຫາກິນຕາມທຳມະຊາດ, ປະຈຸບັນ ແມ່ນຍັງອາໄສຢູ່ດິນເຂດປ່າສະຫງວນຂອງບ້ານ ຫ່າງຈາກຊຸມຊົນ.

ເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ເຂົ້າສານ – ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ອຸປະກອນເຄື່ອງໃຊ້ຄົວເຮືອນ ໄວ້ໃຊ້ຈ່າຍຍາມຈຳເປັນຈໍານວນນຶ່ງ ເພື່ອແກ້ໄຂບັນເທົາທຸກສະເພາະໜ້າ ໃນການດຳລົງຊີວິດຂອງເຂົາເຈົ້້າ ແລະ ອົງການຈັດຕັ້ງທຸກພາກສ່ວນຍັງໄດ້ປຸກລະດົມແນວຄິດ, ຈິດໃຈ ເພື່ອຂົນຂວາຍໃຫ້ຄອບຄົວຂອງເຂົາເຈົ້າ ເຂົ້າໄປຢູ່ໃນບ້ານໃກ້ກັບຊຸມຊົນ ເພື່ອຈະໄດ້ເບິ່ງແຍງດູແລ ໃນຍາມທີ່ຈຳເປັນ ແລະ ອຳນວຍຄວາມສະດວກໃນຫຼາຍດ້ານ ໃຫ້ມີຊີວິດທີ່ດີຂຶ້ນກວ່າເກົ່າ.

About admins16