ພິທີປະກາດຮັບຮອງເອົາ 4 ບ້ານ ກຸ່ມຈວນ ເປັນບ້ານປ້ອງກັນຊາດເຂັ້ມແຂງ

ໃນວັນທີ 4 ມັງກອນ 2023 ຢູ່ສະໂມສອນບ້ານນາຍາງ, ກອງບັນຊາການທະຫານເມືອງວຽງທອງ ໄດ້ຈັດພິທີປະກາດຮັບຮອງເອົາຄອບຄົວ ແລະບ້ານໃນ 4 ບ້ານກຸ່ມຈວນ ຄື: ບ້ານ ນາຍາງ, ບ້ານ ນາຕັນ, ບ້ານວັງພຽງ ແລະ ບ້ານນໍ້າກູ້ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຄະນະຮັບຜິດຊອບ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼູບການປະເມີນສ້າງຄອບຄົວ ແລະບ້ານປ້ອງກັນຊາດເຂັ້ມແຂງ ຢູ່ໃນ 4 ບ້ານ ເຊິ່ງໄດ້ເລີ່ມແຕ່ທ້າຍເດືອນຕຸລາ ປີ 2022 ເປັນຕົ້ນມາ, ການປະເມີນຕົວຈິງແມ່ນຄະນະຮັບຜິດຊອບໄດ້ນໍາເອົາເອກະສານຕ່າງໆທີ່ກ່ຽວພັນກັບການສ້າງຄອບຄົວ, ສ້າງບ້ານ ແລະ ມາດຖານທີ່ວາງອອກ ຜ່ານການປະເມີນຕົວຈີງຕາມ 6 ມາດຖານຂອງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ເຫັນວ່າ ໃນ 4 ບ້ານ ແມ່ນໄດ້ຕາມເງື່ອນໄຂ, ມາດຖານຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ດັ່ງນັ້ນ ໃນພິທີຈື່ງໄດ້ມອບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໃຫ້ແຕ່ລະຄອບຄົວ ແລະ ບ້ານ, ພ້ອມກັນນີ້ ແຕ່ລະບ້ານກໍ່ໄດ້ຈັບມືແຂງຂັນກັນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງປີຕໍ່ໄປ.

ຕອນທ້າຍພິທີ ທ່ານ ຄຳມອນ ໄຊພົມມີ ໄດ້ໃຫ້ກຽດໂອ້ລົມຊີ້ນຳ ເຊີ່ງທ່ານໄດ້ຮຽກຮ້ອງໃຫ້ ການປົກຄອງບ້ານເອົາໃຈໃສສືກສາອົບຮົມແນວຄິດການເມືອງ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າໃຈ ຕໍ່ແນວທາງຂອງພັກ-ລັດ, ສືບຕໍ່ເຮັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບສຸກ ຮັກສານາມມະຍົດຂອງບ້ານ, ພ້ອມກັນພັດທະນາເສດຖະກິດ ແກ້ໄຂຄວາມທຸກຍາກຂອງແຕ່ລະຄອບຄົວ, ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ ໃຫ້ເປັນປືກແຜ່ນແໜ້ນໜາ, ຈາກນັ້ນ ພິທີກໍ່ໄດ້ມີການລັ່ນຄ້ອງ 9 ບາດ ແລະ ເປີດປ້າຍເພື່ອເປັນສັນຍາລັກ ຢັ້ງຢືນວ່າ ທັງ 4 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມແຂງຢ່າງເປັນທາງການ.

About admins14