ທາບທາມບຸກຄະລາກອນ ກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ VII ຮອບທີ I

ບັ້ນດຳເນີນທາບທາມບຸກຄະລາກອນ ກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ VII ຮອບທີ I ໄດ້ໄຂຂຶ້ນໃນວັນທີ 25 ມິຖຸນາ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ແລະ ຫ້ອງປະຊູມກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງ ສະຫາຍ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ,  ມີເລຂາຄະນະພັກຮາກຖານ, ເລຂາໜວ່ຍພັກຮາກຖານ, ພະນັກງານຕຳແໜ່ງບໍລິຫານຂັ້ນຫົວໜ້າຂະແໜງ ແລະ ທຽບເທົ່າທົ່ວພະແນກການຂອງແຂວງ ເຂົ້າຮ່ວມ.

ໃນພິທີທ່ານປະທານໄດ້ຍົກໃຫ້ເຫັນ ເນື້ອໃນຈິດໃຈຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ ໂດຍມີຈຸດປະສົງເພື່ອເຮັດໃຫ້ການກະກຽມ ກອງປະຊຸມໃຫຍ່ແຕ່ລະຂັ້ນດຳເນີນໄປຖືກຕ້ອງ ຕາມກົດລະບຽບຂອງພັກ, ຮັບປະກັນການຊີ້ນຳ-ນຳພາ ຂອງຄະນະພັກຂັ້ນເທິງ ແລະ ມີຄວາມເປັນເອກະພາບໃນທົ່ວພັກ ເຊິ່ງການດຳເນີນກອງປະຊຸມໃຫຍ່ຂອງພັກ ແຕ່ລະຂັ້ນ ເປັນການປັບປຸງພາຍໃນພັກ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເພື່ອຍົກສູງຄວາມສາມາດ ໃນການນຳພາຂອງຄະນະພັກ ໃຫ້ສົມຄູ່ກັບການເລັ່ງທ່ວງ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

ສຳລັບການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ນັບແຕ່ຂັ້ນກະຊວງລົງຮອດທ້ອງຖິ່ນ ຈະໄດ້ມີການສ້າງຂະບວນການ ເພື່ອເລືອກເຟັ້ນເອົາບຸກຂະລາກອນ ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ເຂົ້າໃນໂຄງປະກອບຂອງຄະນະພັກແຕ່ລະຂັ້ນ, ກະກຽມດ້ານເນື້ອໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ແລະ ການກະກຽມ ດ້ານບຸກຂະລາກອນ. ຫຼັງຈາກນັ້ນໃນພິທີຍັງໄດ້ດຳເນີນການປ່ອນບັດທາບທາມບຸກຄະລາກອນອົງຄະນະພັກແຂວງ ຄັ້ງທີ VII ຮອບທີ I ເຊິ່ງມີລາຍຊື່ຄະນະບໍລິຫານງານພັກແຂວງຊຸດເກົ່າ ທີ່ຍັງຄົບມາດຖານເງື່ອນໄຂ 21 ສະຫາຍ, ລາຍຊື່ເປົ້າໝາຍໃໝ່ ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ 20 ສະຫາຍ ແລະ ຄາດຄະເນລາຍຊື່ເປົ້າໝາຍໃໝ່ ເພື່ອຄັດເລືອກບຸກຄະລາກອນອົງຄະນະພັກແຂວງ ຈາກພາກສ່ວນຕ່າງໆ 89 ສະຫາຍ.

About admins14