ຄະນະຊາວໜຸ່ມແຂວງບລິຄຳໄຊ ຈັດຝຶກອົບຮົມວຽກງານ ເຍົາວະຊົນ – ອະນຸຊົນທັນວາ

ໃນວັນທີ 2 – 3 ສິງຫາ 2022 ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ ໄດ້ຈັດຝຶກອົບຮົມວຽກງານເຍົາວະຊົນ – ອະນຸຊົນທັນວາ ໃຫ້ແກ່ພະນັກງານຮັບຜິດຊອບວຽກງານເຍົາວະຊົນ – ອະນຸຊົນ ທົ່ວເມືອງປາກຊັນ ເປັນທານໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ ມະນີວົງ ຈັນທະວົງສາ ຄະນະປະຈຳພັກເມືອງປາກຊັນ, ປະທານແນວລາວສ້າງຊາດ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີສຳມະນາກອນຜູ້ຮັບຜິດຊອບວຽກງານເຍົາວະຊົນ – ອະນຸຊົນທັນວາ ພາຍໃນເມືອງ, ຄະນະບໍລິຫານງານຊາວໜຸ່ມເມືອງປາກຊັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮວມ.

ຈຸດປະສົງ ແມ່ນເພື່ອຍົກສຸງຄວາມສາມາດຂອງພະນັກງານນຳພາ ວຽກງານເຍົາວະຊົນ – ອະນຸຊົນ, ແນໃສ່ຍົກສຸງຄຸນນະພາບໃນການພັດທະນາເຍົາວະຊົນໃຫ້ສຸງຂຶ້ນເລື້ອຍໆ, ສົ່ງເສີມພອນສະຫວັນ ແລະ ຄວາມສາມາດໃຫ້ເຍົາວະຊົນ ກຽມມພ້ອມເປັນຜູ້ສືບທອດປະເທດຊາດໃນອະນາຄົດ.

ໃນບັ້ນຝຶກອົບຮົມຄັ້ງນີ້ ໄດ້ລົງເລິກພາກທິດສະດີ, ເປັນຕົ້ນ ປະຫວັດຫຍໍ້ຂອງການຈັດຕັ້ງເຍົາວະຊົນ, ການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງເຍົາວະຊົນ, ແບບແຜນຂອງເຍົາວະຊົນ, ຄ້າຍເຍົາວະຊົນ ແລະ ການຈັດຕັ້ງປະຕິບັດຂະບວນການ 3 ດີ, 4 ຮູ້, ນອກຈາກຮຽນທິດສະດີແລ້ວ ຜູ້ເຂົ້ຮ່ວມຝຶກອົບຮົມ ກໍ່ຍັງລົງປະຕິບັດຕົວຈິງ ເປັນການສາທິດເພື່ອໃຫ້ບົດຮຽນ ແລະ ຄວາມເປັນເອກະພາບໃນເວລາຈັດຕັ້ງປະຕິບັດຕົວຈິງ.

About admins14