ຂະແໜງສຶກສາທິການ ແລະ ກິລາປະຈໍາກຸ່ມທ່າແວ້ງ ສະຫຼຸບວຽກງານກໍ່ສ້າງຮາກຖານຕາມສາຍຕັ້ງ

ໃນວັນທີ 2 ສິງຫາ 2022 ທີ່ຫ້ອງການກຸ່ມພັດທະນາທ່າແວ້ງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານຕາມສາຍຕັ້ງຂະແໜງສຶກສາທິການ ແລະ ກິລາປະຈໍາກຸ່ມທ່າແວ້ງ ໂດຍການເປັນປະທານຂອງ ທ່ານ ອາຈານ ຫົງຄໍາ ພໍທຸ່ນພະໄທ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີພະນັກງານກໍ່ສ້າງຮາກຖານ, ປະທານກຸ່ມສຶກສາ, ພະນັກງານຄູ – ອາຈານພາຍໃນກຸ່ມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.

ທ່ານ ພູວົງ ປະກົດຜົນ ພະນັກງານພະແນກສຶກສາທິການ ແລະ ກິລາແຂວງ ບໍລິຄໍາໄຊ ພະນັກງານກໍ່ສ້າງຮາກຖານຕາມສາຍຕັ້ງປະຈໍາກຸ່ມທ່າແວ້ງ ໄດ້ຂຶ້ນຜ່ານບົດສະຫຼຸບການລົງກໍ່ສ້າງຮາກຖານຕາມສາຍຕັ້ງຂອງຂະແໜງການສຶກສາ ແລະ ກິລາ ໃນໄລຍະ 3 ເດືອນ ປະຈໍາກຸ່ມທ່າແວ້ງ ທ່ານໃຫ້ຮູ້ວ່າ: ເມືອງຄໍາເກີດໄດ້ແບ່ງກຸ່ມສຶກສາທິການ ແລະ ກິລາອອກເປັນ 10 ກຸ່ມ ໂຮງຮຽນປະຖົມ ໃນນັ້ນມີກຸ່ມ ແສນອຸດົມ, ກຸ່ມໜອງອໍ້, ກຸ່ມທົ່ງແຄະ, ກຸ່ມທ່າແວ້ງ, ກຸ່ມທົ່ງແສນ, ກຸ່ມຄໍາມ່ວນ, ກຸ່ມໂພນຕານ, ກຸ່ມໜອງກອກ, ກຸ່ມໜອງຊົງ ແລະ ກຸ່ມເອກະຊົນ; ມີໂຮງຮຽນອະນຸບານ 10 ແຫ່ງ ໃນນັ້ນມີເອກະຊົນ 10 ແຫ່ງ; ຫ້ອງກຽມ 49 ຫ້ອງ, ມີໂຮງຮຽນປະຖົມ 74 ແຫ່ງ (ມູນລະປະຖົມ 1 ແຫ່ງ), ມັດທະຍົມສຶກສາ 15 ແຫ່ງ ( ມໍຕົ້ນ 8 ແຫ່ງ ແລະ ມສ  7 ແຫ່ງ ).

ມີພະນັກງານລັດຖະກອນສຶກສາທັງໝົດ 683 ຄົນ, ຍິງ 393 ຄົນ (ມີພະນັກງານບໍລິຫານ 49 ຄົນ, ຍິງ 15 ຄົນ, ຄູສອນ 634 ຄົນ,ຍິງ 378 ຄົນ) ແລະ ອາສາສະໝັກ 58 ຄົນ, ຍິງ 44 ຄົນ, ການປະຕິບັດ 15 ຄາດໝາຍແມ່ນສາມາດບັນລຸໄດ້ 2 ຄາດໝາຍ ຄື: ຄາດໝາຍທີ 3 ອັດຕາການເຂົ້າຮຽນໃໝ່ລວມ ປ.5 ປະຕິບັດໄດ້ 100,60%, ຄາດໝາຍປີ 2024 ແມ່ນ 100%, ລື່ນຄາດໝາຍ 60% ແລະ ຄາດໝາຍທີ 11 ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບໍາລຸງຜ່ານສຶກສານອກໂຮງຮຽນ ແລະ ຝຶກອົບຮົມ ປະຕິບັດໄດ້ 175 ຄົນ, ຄາດໝາຍປີ 2024 ແມ່ນ 82 ຄົນ, ລື່ນຄາດໝາຍ 93 ຄົນ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມພ້ອມດ້ວຍພະນັກງານລົງກໍ່ສ້າງຮາກຖານກໍ່ໄດ້ແລກປຽນ ຖອດຖອນບົນຮຽນເຊິ່ງກັນ ແລະ ກັນ ເພື່ອນໍາໄປປະຕິບັດໃຫ້ເກີດຜົນປະໂຫຍດຫຼາຍທີ່ສຸດ.

About admins14