ວຽງທອງເຊື່ອມຊືມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດ

ໃນວັນທີ 3 ສິງຫາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ຫ້ອງການກວດກາພັກ – ລັັດເມືອງ ໄດ້ຈັດກອງປະຊຸມເຊື່ອມຊືມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ເຊື່ອມຊືມຂອງ ທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັັກເມືອງ ປະທານກວດກາພັກ – ລັດເມືອງ, ມີບັນດາຫົວໜ້າຫ້ອງການ, ກົມກອງ ແລະ ຜູ້ກວດກາໜ່ວຍພັກ ເຂົ້າຮ່ວມ.

ທ່ານ ສົມໃຈ ຊົງລາວ່າງ ໄດ້ຍົກໃຫ້ເຫັນບັນດາເນື້ອໃນຂອງແຕ່ລະໝວດ, ແຕ່ລະມາດຕາຂອງຂໍ້ຕົກລົງດັ່ງກ່າວ ເຊີ່ງປະກອບມີ 7 ໝວດ, 25 ມາດຕາ, ຈຸດປະສົງ ກໍ່ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງເຖີງຂອບເຂດສິດພາລະບົດບາດ ແລະ ໜ້າທີແບບແຜນວິທີເຮັດວຽກຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງຢ່າງມີຄວາມເຂັ້ມງວດ, ມີປະສິດທິພາບ, ມີຄວາມໂປ່ງໃສ, ເຂັ້ມແຂງ, ໜັັກແໜ້ນ, ຍຸຕິທໍາ ແລະ ຖືກຕ້ອງຕາມກົດໝາຍ.

About admins14