ຄະນະຈັດຕັ້ງແຂວງ ເຜີຍແຜ່ມະຕິ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ

ພິທີເຜີຍແຜ່ມະຕິ ເລກທີ 04/ຄບສພ ລົງວັນທີ 30 ກັນຍາ 2020 ວ່າດ້ວຍການເພີ່ມທະວີ ການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ຂອງຄະນະຈັດຕັ້ງແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ພະຈິກ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຜີຍແຜ່ໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງບໍລິຄຳໄຊ, ມີຮອງຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນ ເຂົ້າຮ່ວມ.

ໃນພິທີ ທ່ານ ບຸນສົງ ເພັດຈະເລີນ ໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນຂອງມະຕິດັ່ງກ່າວວ່າ: ເພື່ອຜັນຂະຫຍາຍເນື້ອໃນຈິດໃຈພື້ນຖານ ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ລວມທັງຂົງເຂດວຽກງານພະນັກງານ, ກອງປະຊຸມຄົບຄະນະ ສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ທີ່ໄດ້ດຳເນີນໃນເດືອນມິຖຸນາ 2021 ໄດ້ຄົ້ນຄວ້າ ປຶກສາຫາລືຢ່າງເລິກເຊິ່ງ ກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງ ກ່ຽວກັບບັນຫາພະນັກງານ ແລະ ວຽກງານພະນັກງານໃນຊຸມປີຜ່ານໆມາ ຕໍ່ສະພາບການດັ່ງກ່າວ ພັກເຮົາ ມີຄວາມຈຳເປັນຕ້ອງໄດ້ສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊິ່ງ.

ພະນັກງານ ແມ່ນກຳລັງການເມືອງຫຼັກແຫຼ່ງ ໃນພາລະກິດປະຕິວັດ ຂອງພັກເຮົາ, ເປັນຜູ້ຕັດສິນ ຜົນໄດ້-ຜົນເສຍຂອງການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ, ຂອງລັດ ຕ້ອງໄດ້ຮັບການນຳພາ ຝຶກຝົນຫຼໍ່ຫຼອມໃຫ້ເປັນຜູ້ຈົງຮັກພັກດີ ຮັບໃຊ້ປະຊາຊົນ ແລະ ປະເທດຊາດດ້ວຍຄວາມບໍລິສຸດໃຈ, ຕ້ອງຍຶດໝັ້ນທັດສະນະວິທະຍາສາດ ໃນນຳພາຊີ້ນຳ ວຽກງານພະນັກງານ ເຄົາລົບກົດເກນພາວະວິໄສ ຕ້ອງແທດກັບຕົວຈິງ ແລະ ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນແຕ່ລະໄລຍະ, ປັບປຸງວຽກງານພະນັກງານ ກໍຄືສ້າງການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງ.

ໃນວຽກພະນັກງານ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ, ຮັບປະກັນຫຼັກການໝູ່ຄະນະ ມີປະຊາທິປະໄຕ ມີການແຂ່ງຂັນ ເລືອກເຟັ້ນ ນຳໃຊ້ພະນັກງານດີເດັ່ນ, ຜູ້ເກັ່ງ ມີຄວາມສາມາດສະເພາະດ້ານ ແລະ ມີຄວາມສາມາດພິເສດ, ພັກນຳພາໂດຍຜ່ານແນວທາງ ແຜນນະໂຍບາຍ ແລະ ຫັນເປັນກົດໝາຍ ນຳພາຜ່ານຄວາມເປັນແບບຢ່າງນຳໜ້າຂອງພະນັກງານ, ສະມາຊິກພັກ ດ້ວຍການສ້າງ ແລະ ສະເໜີພະນັກງານຜູ້ດີເດັ່ນ ມີຄຸນສົມບັດຄົບມາດຖານ ໃຫ້ແກ່ການຈັດຕັ້ງ ໃນລະບົບການເມືອງ, ຮັບປະກັນຫຼັກການ ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ຕໍ່ພະນັກງານທຸກລະດັບ, ທຸກພາກສ່ວນ, ການປະຕິບັດມະຕະການທາງວິໄນຕໍ່ພະນັກງານ ຕ້ອງຮັບປະກັນຄວາມສະເໝີພາບ, ທ່ຽງທຳ, ພາວະວິໄສ, ຖືກຂັ້ນຕອນ, ຖືກຫຼັກການ, ຖືກທິດ, ຖືກກັບຄວາມຜິດ ແລະ ແກ້ໄຂໃຫ້ໄວ ທັນເວລາ ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ.

ໃນພິທີດັ່ງກ່າວ ຍັງໄດ້ຜ່ານມະຕິ ຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງເອົາແບບແຜນກຳນົດພະນັກງານນຳພາ-ຄຸ້ມຄອງຄະນະຈັດຕັ້ງແຂວງ 2021-2025 ແລະ ແຈ້ງຜົນການປະເມີນລັດຖະກອນ ຂອງຄະນະຈັດຕັ້ງແຂວງ.ປະຈຳປີ 2021.

About admins16