ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ຜ່ານລະບົບວີດີໂອຄອນເຟີເຣັ້ນ ໄດ້ໄຂຂຶ້ນໃນວັນທີ 25 ພະຈິກ ແລະ ໄດ້ອັດລົງຢ່າງເປັນທາງການໃນວັນທີ 26 ພະຈິກ 2021 ຢູ່ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີຄະນະກົມການເມືອງສູນກາງພັກ, ການນຳພັກ-ລັດ, ອົງການຈັດຕັ້ງມະຊົນຂັ້ນສູນກາງ ທີ່ເປັນຕົວແທນໃຫ້ແນວລາວສ້າງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສຳລັບແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍສະຫາຍ ວັນວິໄລ ແດນພູ ຫຼວງ ຮອງເລຂາພັກແຂວງ ແລະ ສະຫາຍ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຂອງແນວລາວສ້າງຊາດໃນຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຄໍາຂວັນ “ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເຕົ້າໂຮມກໍາລັງແຮງຂອງປະຊາຊົນທຸກນຄົນ, ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ-ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນເປັນຈິງ ”.

ກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X ທີ່ຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ໃນໄລຍະ 5 ປີຜ່ານມາ ແລະ ໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ ແລະ ຜົນງານພົ້ນເດັ່ນທີ່ຍາດມາໄດ້ຈໍານວນໜຶ່ງ, ພ້ອມນັ້ນ ຍັງໄດ້ເປັນເອກະພາບຢ່າງພາວະວິໄສຕໍ່ດ້ານອ່ອນຂໍ້ຄົງຄ້າງ ໃນການນໍາພາຊີ້ນໍາຂອງແນວລາວສ້າງຊາດ ກໍຄືການຈັດຕັ້ງປະຕິບັດໜ້າທີ່ແຜນ, ວຽກຈຸດສຸມບາງດ້ານທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນສາເຫດຕົ້ນຕໍ ເພື່ອກໍານົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດເໝາະ ເພື່ອຮັບປະກັນການສືບຕໍ່ນໍາພາຈັດຕັ້ງປະຕິບັດວຽກງານແນວໂຮມໃນຕໍ່ໜ້າ.

ບົນຈິດໃຈສ້າງການຫັນປ່ຽນໃໝ່, ກອງປະຊຸມໄດ້ຮັບຮອງເອົາ 4 ເນື້ອໃນການຫັນປ່ຽນໃໝ່ໃນວຽກງານແນວໂຮມ ດັ່ງນີ້: ກ່ອນອື່ນໝົດຕ້ອງສ້າງຄວາມຮັບຮູ້ຄວາມເຂົ້າໃຈ ຕໍ່ວຽກງານແນວໂຮມໃນໄລຍະໃໝ່ໃຫ້ເລິກເຊິ່ງ, ຊຶ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິ 108 ຂອງກົມການເມືອງສູນກາງພັກ ໄດ້ກໍານົດໄວ້, ໃນນັ້ນ ໃຫ້ກໍາແໜ້ນ 4 ທັດສະນະພື້ນຖານ, ຍົກສູງຄຸນນະພາບການເຄື່ອນໄຫວຂອງແນວລາວສ້າງຊາດແຕ່ລະຂັ້ນ, ໂດຍເລັ່ງໃສ່ສ້າງການຫັນປ່ຽນ ແລະ ແກ້ໄຂຂອດທີ່ຍັງຫຍຸ້ງຍາກ, ຂໍ້ຄົງຄ້າງຕົ້ນຕໍໃນການປະຕິບັດມະຕິຂອງແນວລາວສ້າງຊາດຂັ້ນຂອງຕົນ ເປັນຕົ້ນ ຄວາມຫຍຸ້ງຍາກດ້ານລາຍຮັບ ທີ່ອາໄສຈາກງົບປະມານຂອງລັດພຽງແຫຼ່ງດຽວ ມາສູ່ການສ້າງລາຍຮັບເພີ່ມເຕີມ ທີ່ບໍ່ຜິດກົດໝາຍໃຫ້ຫຼາຍຂຶ້ນ, ສ້າງການຫັນປ່ຽນດ້ານຮູບການ ແລະ ວິທີການປຸກລະດົມຂົນຂວາຍຊວນເຊື່ອປະຊາຊົນຊັ້ນຄົນຕ່າງໆ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ໂດຍສຸມໃສ່ຈັດຕັ້ງປະຕິບັດຄໍາຮຽກຮ້ອງຂອງສູນກາງພັກ-ລັດຖະບານ ກໍຄືຄະນະພັກ-ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການຂອງຕົນ ໃຫ້ແທດກັບຕົວຈິງ ແລະ ນໍາເອົາໝາກຜົນຂອງການແຂ່ງຂັນເຫຼົ່ານັ້ນ ມາໃຫ້ປະຊາຊົນບັນດາເຜົ່າ, ສ້າງການຫັນປ່ຽນດ້ານຮູບແບບການຮ່ວມສໍາພັນ ລະຫວ່າງອົງການພາຄີດ້ວຍກັນ ໃນການເຄື່ອນໄຫວວຽກງານມະຫາຊົນໃຫ້ໄປຕາມທິດລວງດຽວກັນ, ຮ່ວມມືຊ່ວຍໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກັນ ແລະ ກັນ ເປັນຕົ້ນຢູ່ຂັ້ນຮາກຖານ.

ພ້ອມນັ້ນ ກອງປະຊຸມໃຫຍ່ໄດ້ກໍານົດ ແລະ ຮັບຮອງເອົາ 6 ແຜນວຽກຈຸດສຸມ ເພື່ອຈັດຕັ້ງປະຕິບັດໃນ 5 ປີ ຕໍ່ໜ້າ 2021-2025 ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງແນວລາວສ້າງຊາດອອກເປັນ 5 ແຜນງານ (ມີ 41 ໂຄງການ) ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ຄື: ແຜນງານ ສ້າງຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ເສີມສ້າງຄຸນນະທໍາຂອງສາສະໜາ, ຊຸກຍູ້ ແລະ ສົ່ງເສີມບົດບາດຂອງບັນດາຊັ້ນຄົນ ແລະ ການຈັດຕັ້ງສັງຄົມ, ຮ່ວມມືກັບອົງການພາຄີ ແລະ ການຮ່ວມມືສາກົນ, ສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຕ່ລະຂັ້ນ.

ກອງປະຊຸມໄດ້ຮັບຮອງເອົາການແຕ່ງຕັ້ງປະທານ ແລະ ຮອງປະທານສູນກາງແນວລາວສ້າງຊາດ ປະຈໍາການ ຈຳນວນ 5 ທ່ານ, ຍິງ 1 ທ່ານ ຄື : ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເປັນປະທານ, ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ ເປັນຮອງປະທານ, ທ່ານ ຈັນທະວົງ ແສນອາມາດມົນຕີ ເປັນຮອງປະທານ, ທ່ານ ເຍ່ຍເກີຢາ ໜໍຈໍຈົງຕົວ ເປັນຮອງປະທານ, ທ່ານນາງ ສີພະຈັນ ນັນທະວົງສາ ເປັນຮອງປະທານ ແລະ ທ່ານ ດຣ. ຈັນເພັງ ສຸດທິວົງ ເປັນຮອງປະທານ.

About admins16