ຄະນະບໍລິຫານງານຊ່ວໜຸ່ມແຂວງບໍລິຄຳໄຊ ອວຍພອນ ວັນຊາດທີ 2 ທັນວາ ແລະ ວັນສ້າງຕັ້ງກອງເຍົາວະຊົນທັນວາ

ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ແລະ ວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 66 ປີ ໃຫ້ເປັນຂະບວນການຟົດຟື້ນ ໃນວັນທີ 26 ພະຈິກ 2021 ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຕາງໜ້າໃຫ້ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ-ໄວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນທັນວາທົ່ວແຂວງ ຂໍສະແດງຄວາມຮູ້ບຸນຄຸນຕໍ່ການນໍາຂັ້ນເທິງ, ການຈັດຕັ້ງທຸກພາກ ສ່ວນຕະຫຼອດໄລຍະເວລາຜ່ານມາທີ່ໄດ້ໃຫ້ການ ນໍາພາ-ຊີ້ນໍາ ແລະ ປະກອບສ່ວນທາງດ້ານວັດຖຸຈິດໃຈເຂົ້າໃນວຽກງານພັດທະນາຊາວໜຸ່ມ-ເຍົາວະຊົນ-ອະນຸຊົນໄດ້ເຕີບໃຫຍ່ຂະຫຍາຍ ຕົວເປັນກ້າວໆມາ.

ປັດຈຸບັນສະມາຊິກເຍົາວະຊົນທັນວາທົ່ວແຂວງບໍລິຄໍາໄຊ ມີ 21.833 ນ້ອງ, ຍິງ10.308 ນ້ອງ, ມີສະມາຊິກອະນຸຊົນທັນວາ 11.330 ຄົນ, ຍິງ 5.269 ຄົນ. ນະໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ຂ້າພະເຈົ້າຂໍຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມບຳລຸງສ້າງເດັກໃຫ້ມີຄວາມຮູ້, ມີຄູນສົມບັດ, ມີຄວາມສາມາດກ້າສະແດງອອກທີ່ຖືກຕ້ອງ ແລະ ມີສຸຂະພາບທີ່ແຂງແຮງ. ພວກເຮົາມີເດັກນ້ອຍທີ່ດີໃນວັນນີ້ ຈະມີພົນລະເມືອງທີ່ດີໃນວັນໜ້າ, ເປັນເດັກດີຫ່າງໄກສິ່ງເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນອານາຄົດ ເຂົາເຈົ້າຈະເປັນຜູ້ໃຫຍ່ໃນວັນໜ້າຈະເປັນຜູ້ສືບທອດຊາຕາຕາກຳຂອງປະເທດຊາດໃນອານາຄົດ.

ສຳລັບພວກນ້ອງລູກຫຼານເຍົາວະຊົນ ແລະ ອະນຸຊົນທັງຫຼາຍ ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງ, ຕັ້ງໜ້າຄົ້ນຄ້ວາຮ່ຳຮຽນໃຫ້ເກັ່ງ, ເສັງໃຫ້ໄດ້, ກາຍເປັນຄົນຄຳຮູ້ຂອງພໍ່ແມ່ຄູບາອາຈານຕາມຄຳສອນຂອງທ່ານຜູ້ນຳ 9 ປະການ, 6 ຮັກ 3 ຊັງ ແລະ ປະຕິບັດຂໍ້ແຂງຂັນ 3 ດີ 4 ຮູ້ ຢ່າງຂະຫຍັນຂັນແຂງ.

ທ້າຍນີ້ອວຍພອນແດ່ບັນດາທ່ານການນໍາທຸກຂັ້ນ, ບັນດາສະຫາຍເພື່ອນຊາວໜຸ່ມຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ຫ້າວຫັນໝັ້ນຍືນ, ກ້າວໜ້າໃນໜ້າທີ່ວຽກງານ, ພ້ອມກັນຈັດຕັ້ງນຳພາວຽກງານ, ເພື່ອປະເທດຊາດຂອງພວກເຮົາກ້າວຂຶ້ນມັ່ງຄັ່ງເຂັ້ມແຂງ.

ພິເສດ: ອວຍພອນແດ່ນ້ອງນ້ອຍເຍົາວະຊົນ-ອະນຸຊົນທັນວາ ຈົ່ງມີສຸຂະພາບແຂງແຮງ ເບີກບານມ່ວນຊື່ນໃນພາລະກິດສະເຫຼີມສະຫຼອງວັນສ້າງຕັ້ງເຍົາວະຊົນທັນວາ ຄົບຮອບ 66 ປີ, (2 ທັນວາ 1955 – 2 ທັນວາ 2021) ໃຫ້ມີຄວາມໝາຍຄວາມສຳຄັນ ແລະ ກາຍເປັນວັນບຸນໃຫຍ່ ວັນສຳຄັນຂອງພວກນ້ອງນ້ອຍຢ່າງແທ້ຈິງ.

About admins14