ຄະນະຈັດຕັ້ງແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງຄະນະຈັດຕັ້ງແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນສົງ ເພັດຈະເລີນ ຄະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພັກ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງຄະນະຈັດຕັ້ງແຂວງໄລຍະຜ່ານມາ ວ່າ: ເພື່ອປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 387/ຄປພ.ຂບຊ ລົງວັນທີ 23 ກໍລະກົດ 2018 ແລະ ແຈ້ງການແນະນຳ ຂອງຄະນະຈັດຕັ້ງແຂວງ ເລກທີ 1088/ຄຈ.ຂບຊ ລົງວັນທີ 16 ພະຈິກ 2020 ກ່ຽວກັບສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນທົ່ວແຂວງ ສະເພາະການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງຄະນະຈັດຕັ້ງແຂວງ ໃນຄັ້ງວັນທີ 1-2 ກຸມພາ 2018 ຄະນະຈັດຕັ້ງແຂວງ ສົມທົບກັບຄະນະຮັບຜິດຊອບຊຸກຍູ້ການສ້າງແຜນກຳນົດພະນັກງານຂັ້ນແຂວງ ພ້ອມກັນດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຄະນະຈັດຕັ້ງແຂວງ ມີ ຢູ່ 4 ຕຳແໜ່ງງານ ຕາມໂຄງປະກອບກົງຈັກການຕັ້ງແຂວງ ເປັນຕຳແໜ່ງຫົວໜ້າ-ຮອງຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າ ຂະແໜງຂຶ້ນກັບ.

ຜ່ານການຈັດຕັ້ງປະຕິບັດ ຕຳແໜ່ງຮອງຫົວໜ້າຄະນະຈັດຕັ້ງແຂວງບັນລຸ 1 ສະຫາຍ ແລະ ນອກແຜນ 1 ສະຫາຍ, ຫົວໜ້າຂະແໜງຂຶ້ນກັບຄະນະຈັດຕັ້ງແຂວງ ໃນ 5 ຂະແໜງການ ບັນລຸ 1 ສະຫາຍ ແລະ ຕຳແໜ່ງຮອງຫົວໜ້າຂະແໜງ ບັນລຸໄດ້ 3 ສະຫາຍ ຍິງ 2 ສະຫາຍ, ບຳລຸງທິດສະດີ 45 ວັນ 3 ສະຫາຍ, ລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ ແລະ ຂະບວນການລວມຂອງແຂວງຢູ່ເມືອງ 2 ສະຫາຍ.

ນອກນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ ມະຕິກົມການເມືອງສູນກາງພັກ ເລກທີ່ 032/ກມສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ່ 292/ຄຈສພ ລົງວັນທີ່ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິ ເລກທີ່ 032/ກມສພ ແລະ ມະຕິກົມການເມືອງສູນກາງພັກ ເລກທີ່ 030/ກວສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ພ້ອມນີ້ ຍັງຈະໄດ້ດຳເນີນການທາບທາມ ຈຳນວນ 3 ຮອບ ແລະ ຈະໃຊ້ເວລາ 2 ວັນຈຶ່ງຈະສຳເລັດ.

About admins16