ມອບ – ຮັບ ວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ຂັ້ນຕົ້ນ ຢູ່ເມືອງປາກກະດິງ

ໃນວັນທີ 27 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງປາກກະດິງ ໄດ້ມີພິທີເຊັນບົດບັນທຶກ ມອບ – ຮັບ ຄວາມຮັບຜິດຊອບການສົ່ງເສີມ, ພັດທະນາ ແລະ ຄຸ້ມຄອງວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ຂັ້ນຕົ້ນ ເຊັນຮັບໂດຍທ່ານ ດຳ ເພີນຈິດ ຫົວໜ້າຫ້ອງການກະສິກຳ – ປ່າໄມ້ເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດິງ ຜູ້ຊີ້ນຳວຽກງານເສດຖະກິດ, ມີຄະນະຫ້ອງການພ້ອມດ້ວຍຫນ່ວຍງານທີ່ກ່ຽວຂ້ອງ, ຕາງໜ້າບາງຫ້ອງການອ້ອມຂ້າງເມືອງ ແລະ ຜູ້ປະກອບການ ໂຮງງານປຸງແຕ່ງກະສິກຳ ແລະ ປ່າໄມ້ຂັ້ນຕົ້ນ ຢູ່ພາຍໃນເມືອງ ເຂົ້າຮ່ວມເປັນສັກຂີພິຍານ.

ວຽກດັ່ງກ່າວປະກອບມີ 11 ກິດຈະການໂຮງງານ ຄື: ໂຮງງານແປ້ງມັນຕົ້ນ ແລະ ສາລີ, ໂຮງງານປຸງແຕ່ງໄມ້, ໂຮງງານປຸງແຕ່ງຢາງພາລາ ແລະ ເຄື່ອງປ່າຂອງດົງ, ໂຮງງານຜະລິດປຸຍຊີວະພາບ ແລະ ອົງຄະທາດ, ໂຮງສີເຂົ້າ, ໂຮງຂ້າສັດ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຜະລິດຫົວອາຫານສັດ, ໂຮງງານຜະລິດວັກຊີນກ່ຽວກັບກະສິກຳ, ໂຮງງານຄັດແຍກເມັດພັນພຶດ-ຫຸ້ມຫໍ່ຜົນຜະລິດກະສິກຳ ແລະ ໂຮງງານຜະລິດເຄື່ອງມືກົນຈັກກະສິກຳ, ເຊັນມອບໂດຍທ່ານ ກອງແກ້ວ ຫຼວງລາດບັນດິດ ຫົວໜ້າຫ້ອງການອຸດສາຫະກຳ – ການຄ້າເມືອງ,

About admins14