ປຶກສາຫາລືຮ່າງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກຳມະການຄຸ້ມຄອງດິນບໍລິເວນນ້ຳຫ້ວຍປຶງ ຂັ້ນບ້ານ

ກອງປະຊຸມປຶກສາຫາລືຮ່າງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກຳມະການຄຸ້ມຄອງດິນບໍລິເວນນ້ຳຫ້ວຍປຶງ ຂັ້ນບ້ານ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2022 ຢູ່ຫ້ອງການບ້ານປາກປຶງ ເມືອງປາກຊັນ ແຂວງບໍລິຄຳໄຊ, ເປັນປະທານໂດຍ ທ່ານ ສຸພາລັກ ໄຊຊະນະສີ ຮອງເຈົ້າເມືອງປາກຊັນ, ມີຄະນະກຳມະການຄຸ້ມຄອງດິນບໍລິເວນນ້ຳຫ້ວຍປຶງ, ພະແນກການ, ເມືອງ, ຄະນະບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການນໍາສະເໜີແຜນຈັດຕັ້ງປະຕິບັດໂຄງການປະຈໍາປີ 2022, ແຜນບູລະມະສິດ ໄຕມາດ 3 ແລະ 4 ຂອງແຂວງບໍລິຄຳໄຊ ທີ່ໄດ້ຍົກຫຼາຍວຽກງານສຳຄັນ ໂດຍສະເພາະແມ່ນແຜນການສ້າງຕັ້ງຄະນະວິຊາການ ແລະ ຄະນະປະຕິບັດງານດ້ານກົນໄກສ້າງແຜນຍຸດທະສາດ, ການຈັດການດິນບໍລິເວນນ້ຳໜອງປືງ, ແຜນສຳຫຼວດຂອບເຂດອ່າງ, ຂອບເຂດນ້ຳ, ການປັກຫຼັກໝາຍ, ອານາໄມຫ້ວຍໜອງທຳມະຊາດ ແລະ ວຽກງານອື່ນໆ, ພ້ອມນັ້ນ ຍັງຍົກໃຫ້ເຫັນມາດຖານ ແລະ ເງື່ອນໄຂ ຂອງຄະນະກໍາມະການຄຸ້ມຄອງດິນ ແລະ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ຮ່າງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກໍາມະການຄຸ້ມຄອງດິນ ບໍລິເວນນໍ້າຫ້ວຍປຶງ ແລະ ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ.

ຫຼັງຈາກນັ້ນ ຍັງໄດ້ມີການສະເໜີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນການຄັດເລືອກຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໃຫ້ຄົບຖ້ວນເໝາະສົມ, ວຽງກງານປັກຫຼັກໝາຍ, ການສ້າງກິດຈະກຳປີ່ນອ້ອມຂອງໂຄງການ ໃຫ້ມີຄວາມຍືນຍົງ, ການປຸກລະດົມ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ແລະ ວຽກງານອື່ນໆ.

ໃນຕອນທ້າຍ ທ່ານ ສຸພາລັກ ໄຊຊະນະສີ ຍັງໄດ້ມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ຮຽກຮ້ອງໃຫ້ຄະນະກຳມະການຄຸ້ມຄອງດິນບໍລິເວນນ້ຳຫ້ວຍປຶງ ມີການສ້າງແຜນການຈັດຕັ້ງປະຕິບັດວຽກງານຢ່າງລະອຽດ, ຈະແຈ້ງ ແລະ ແທດເໝາະກັບຕົວຈິງ ແລ້ວແຈ້ງໃຫ້ພໍ່ແມ່ປະຊາຊົນຂອງບັນດາບ້ານເປົ້າໝາຍຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ເພື່ອກະກຽມເຂົ້າຮ່ວມໃນການຈັດຕັ້ງປະຕິບັດບັນດາວຽກງານ, ຕ້ອງມີການປຶກສາຫາລື, ສະຫຼຸບ, ຖອດຖອນບົດຮຽນຢ່າງຕໍ່ເນື່ອງ ເພື່ອແກ້ໄຂບັນຫາຂໍ້ຄົງຄ້າງໃຫ້ດີຂຶ້ນ ແລະ ການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ຕ້ອງໄດ້ມີສ່ວນຮ່ວມ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງດິນບໍລິເວນນ້ຳຫ້ວຍປຶງ ເຮັດໃຫ້ວຽກງານສຳເລັດ ດ້ວຍປະສິດທິຜົນສູງສຸດ ແລະ ຮັບປະກັນຄວາມຍືນຍົງ.

About admins14