ຄອບຄົວອະດີດນາຍົກລັດຖະມົນຕີ ມອບຈັກຫຍິບກະເປົາຫວາຍ ມູນຄ່າ 70 ລ້ານກວ່າກີບ ສົ່ງເສີມກຸ່ມຫັດຖະກຳຈັກສານ ບ້ານພະບາດໂພນສັນ

ເພື່ອເປັນການສົ່ງເສີມ ແລະ ພັດທະນາ ສີມືແຮງງານ ໃຫ້ແກ່ພໍ່ແມ່ປະຊາຊົນ, ພ້ອມທັງຍົກລະດັບປະສິດທິພາບ ຂອງການຜະລິດສິນຄ້າໃຫ້ດີຂຶ້ນ, ໃນວັນທີ 13 ມີນາ 2022 ຢູ່ບ້ານພະບາດໂພນສັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ທ່ານ ນາງ ບົວໄພລິນ ບຸບຜາວັນ ພັນລະຍາທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາຈັກຫຍິບກະເປົາຫວາຍ ຈຳນວນ 6 ເຄື່ອງ, ມູນຄ່າ 75 ລ້ານກວ່າກີບ ມາມອບໃຫ້ກຸ່ມຫັດຖະກຳຈັກສານ ບ້ານພະບາດໂພນສັນ, ໂດຍມີ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ທ່ານ ນາງ ແອ໋ງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ, ມີການນໍາຂອງເມືອງ ແລະ ບ້ານ ພ້ອມດ້ວຍສະມາຊິກກຸ່ມຫັດຖະກຳ ແລະ ພໍ່ແມ່ປະຊາຊົນ ໃຫ້ການຮັບຕ້ອນ ແລະ ເຂົ້າຮ່ວມເປັນສັກຂີພິຍານ.

ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກ-ຂອບໃຈ ຄອບຄົວອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ແຂວງບໍລິຄໍາໄຊ ໄດ້ມອບໃບກຽດຕິດຄຸນ ໃຫ້ຄອບຄົວທ່ານ ບົວສອນ ບຸບຜາວັນ ທີ່ໄດ້ປະກອບສ່ວນວັດຖຸ – ປັດໃຈ ເຄື່ອງຈັກຫຍິບຫັດຖະກໍາໃນຄັ້ງນີ້, ໃຫ້ກຽດມອບໂດຍ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ຮັບໂດຍ ທ່ານ ນາງ ບົວໄພລິນ ບຸບຜາວັນ ພັນລະຍາທ່ານ ບົວສອນ ບຸບຜາວັນ.

ຫຼັງຈາກນັ້ນ ການນໍາຂອງເມືອງ ແລະ ບ້ານ ໄດ້ຈັດພິທີບາສີສູ່ຂວັນ ໃຫ້ແກ່ຄະນະຂອງພັນລະຍາທ່ານ ບົວສອນ ບຸບຜາວັນ ແລະ ພາກສ່ວນທີ່ກ່ຽວຂອງ ເພື່ອເປັນການສະແດງຄວາມຂອບໃຈ, ຄວາມຮູ້ບຸນຄຸນ ແລະ ເປັນການອວຍພອນ ໃຫ້ແກ່ຄະນະພັນລະຍາ ທ່ານ ບົວສອນ ບຸບຜາວັນ ເດີນທາງກັບສູ່ນະຄອນຫຼວງວຽງຈັນ ຢ່າງສະຫວັດດີພາບ.

About admins14