ກອງປະຊຸມປະຈໍາໄຕມາດ 1 ປີ 2022 ຂອງແຜນງານລາວ/030 ຢູ່ເມືອງວຽງທອງ

    ໃນວັນທີ 10 ມີນາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປະຈໍາໄຕມາດທີ 1 ແລະ ທິດທາງແຜນການປະຈໍາໄຕມາດ 2 ປີ 2022 ຂອງແຜນງານລາວ/030 ຢູ່ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດຂັ້ນເມືອງ, ມີບັນດາພະນັກງານຫ້ອງການທີ່ກ່ຽວຂ້ອງ, ຜູ້ປະສານງານໂຄງການ ແລະ ບັນດານາຍບ້ານເປົ້າໝາຍເຂົ້າຮ່ວມ.

    ທ່ານ ຢົງຊົ່ງ ຮອງຫົວໜ້າຫ້ອງການແຜນການ-ການລົງທຶນເມືອງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໂຄງການແຜນງານລາວ/030 ໄລຍະໄຕມາດຜ່ານມາ ໂດຍຍົກໃຫ້ເຫັນໝາກຜົນຫຼັກຂອງແຜນງານພັດທະນາທ້ອງຖີ່ນ ເປັນຕົ້ນແມ່ນ ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນພາກລັດ ແລະ ການຈັດຕັ້ງຂັ້ນທ້ອງຖີ່ນ, ວຽກງານພັດທະນາບ້ານມີ 143 ກິດຈະກໍາ, ນໍາໃຊ້ງົບປະມານ 4 ຕື້ກ່ວາກີບ, ກອງທຶນໝູນວຽນ 2 ຮ້ອຍລ້ານກ່ວາກີບ, ກອງທຶນສິນເຊື່ອ 5 ຮ້ອຍກ່ວາລ້ານກີບ, ວຽກງານພັດທະນາການປ່ຽນແປງຂອງດິນຟ້າອາກາດ ມີ 13 ກິດຈະກໍາ ນໍາໃຊ້ງົບປະມານ 9 ຮ້ອຍກ່ວາລ້ານກີບ, ວຽກງານພັດທະນາ ແລະ ປັບປຸງພື້ນຖານໂຄງລ່າງ ມີ 5 ກິດຈະກໍາ ນໍາໃຊ້ງົບປະມານ 7 ຕື້ກ່ວາກີບ, ວຽກງານຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ນໍາໃຊ້ງົບປະມານ 3 ຮ້ອຍກ່ວາລ້ານກີບ ແລະ ວຽກງານສ້າງຄວາມເຂັ້ມແຂງການຜະລິດໃຫ້ບ້ານເປົ້າໝາຍດ້ວຍການຝຶກອົບຮົມທາງດ້ານເຕັກນິກ ແລະ ສີມືແຮງງານຕ່າງໆ.

ກອງປະຊຸມ ໄດ້ຜ່ານທິດທາງແຜນການປະຈໍາໄຕມາດທີ 2 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໄປ, ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ບົດລາຍງານ ແລະ ທິດທາງແຜນການຢ່າງກົງໄປກົງມາ ເພື່ອຄວາມເປັນເອກະພາບແລ້ວນໍາໄປຈັດຕັ້ງປະຕິບັດ ດ້ວຍມີຄວາມຮັບຜິດຊອບສູງ.

 

 

About admin11