ສຶກສາແຂວງ ລົງຕິດຕາມຊຸກຍູ້ການຮຽນ – ການສອນ ຢູ່ເມືອງໄຊຈໍາພອນ

ໃນວັນທີ່ 9 – 11 ມີນາ 2022 ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ໄດ້ລົງຕິດຕາມ, ຊຸກຍູ້ການຮຽນ – ການສອນ ສາຍສາມັນສຶກສາ ຢູ່ເມືອງໄຊຈໍາພອນ, ນຳພາໂດຍທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຫົວໜ້າຂະແໜງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຮ່ວມພາທາງ.

ຈຸດປະສົງຂອງການລົງໃນຄັ້ງນີ້ ເພື່ອລົງຕິດຕາມ, ຊຸກຍູ້ການຮຽນ – ການສອນ ແລະ ຕິດຕາມການຈັດຕັ້ງປະຕິບັດມາດຕະການປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ຂັ້ນໂຮງຮຽນ.

ຈາກການລາຍງານຂອງຂະແໜງສາຍສາມັັນສຶກສາໃຫ້ຮູ້ວ່າ: ໃນການລົງຄັ້ງນີ້ປະກອບມີໂຮງຮຽນປະຖົມສົບຂອນ, ປະຖົມ ແລະ ມັດທະຍົມເມືອງຈໍາ, ປະຖົມໂພນເມືອງ, ປະຖົມ ແລະ ມັດທະຍົມນໍ້າອ້ອນ, ປະຖົມວັງປາ ແລະ ອະນຸບານນໍ້າອ້ອນ ເຊີ່ງໄດ້ຮັບຟັງການລາຍງານການຈັດຕັ້ງການຮຽນ – ການສອນ ແລະ ການຈັດຕັ້ງປະຕິບັດມາດຕະການປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ຈາກຜູ້ອໍາການໂຮງຮຽນແຕ່ລະແຫ່ງ.

ພາຍຫຼັງທີ່ທີມງານໄດ້ລົງຕິດຕາມໃນຄັ້ງນີ້ເຫັນໄດ້ສະພາບ, ບັນຫາ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດການຮຽນ – ການສອນ ເຊັ່ນການອ່ານອອກຂຽນໄດ້ພາສາລາວຊັ້ນປະຖົມ, ການຄິດໄລ່ເລກສີ່ປະການ, ການສອນດີ – ຮຽນເກັ່ງ ແລະ ການການຈັດຕັ້ງປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢູ່ຂັ້ນໂຮງຮຽນ.

ໃນການລົງຢ້ຽມຢາມຂອງທ່ານຫົວໜ້າພະແນກ ແລະ ທີມງານໃນຄັ້ງນີ້ ທ່ານຍັງໄດ້ຖືໂອກາດ ໂອ້ລົມຕໍ່ພະນັກງານຄູ – ອາຈານທີ່ປະຈໍາການແຕ່ລະໂຮງຮຽນ ແລະ ມອບອຸປະກອນກິລາ, ອຸປະກອນການຮຽນ – ການສອນ ແລະ ເຄື່ອງນຸ່ງຫົ່ມຈໍານວນໜຶ່ງ ໃຫ້ທາງໂຮງຮຽນ ເພື່ອຈະໄດ້ນໍາເອົາເຄື່ອງ ແລະ ອຸປະກອນດັ່ງກ່າວ ໄປແຈກຢາຍໃຫ້ນ້ອງໆນັກຮຽນພາຍໃນໂຮງຮຽນ.

About admins16