ຄວາມຄືບໜ້າໂຄງການກໍ່ສ້າງ – ສ້ອມແປງທາງ ເລກທີ 13 ໃຕ້ ແລະ ເສັ້ນທາງເທດສະບານເມືອງປາກຊັນ

ທ່ານ ວິໄຊ ພູມີ ກຳມະການພັກແຂວງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ລາຍງານການກໍ່ສ້າງ-ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ເຂດແຂວງບໍລິຄຳໄຊ ແລະ ທາງພາຍໃນເທດສະບານ ເມືອງປາກຊັນ ຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງເປີດກວ້າງ 6 ເດືອນທ້າຍປີ 2022 ທີ່ໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2023 ຢູ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ໂຄງການການກໍ່ສ້າງ – ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ເຂດແຂວງບໍລິຄຳໄຊ ແລະ ທາງພາຍໃນເທດສະບານ ເມືອງປາກຊັນ ມາຮອດປະຈຸບັນ ສັນຍາທີ 01 ແຕ່ ກິໂລແມັດ 71 ຫາ ກິໂລແມັດ 111, ລວງຍາວ 40 ກິໂລແມັດ ຄວາມກ້ວາງໜ້າທາງ 12 ແມັດ ວຽກກໍ່ສ້າງໂດຍລວມປະຕິບັດໄດ້ 58,84%, ສັນຍາທີ 02 ແຕ່ ກິໂລແມັດ 111 ຫາ ກິໂລແມັດ 190, ລວງຍາວ 79 ກິໂລແມັດ (ກິໂລແມັດ 111 ຫາ ກິໂລແມັດ 151, ຄວາມກ້ວາງ ໜ້າທາງ 12 ແມັດ ແລະ ກິໂລແມັດ 151 ຫາ 190 ຄວາມກ້ວາງໜ້າທາງ 9 ແມັດ) ວຽກກໍ່ສ້າງໂດຍລວມປະຕິບັດໄດ້ 25,51% ແລະ ສັນຍາທີ 3 ແຕ່ ກິໂລແມັດ 190 ຫາ ກິໂລແມັດ 268, ລວງຍາວ 78 ກິໂລແມັດ (ເຂດແຂວງບໍລິຄຳໄຊ ກິໂລແມັດ 249) ຄວາມກ້ວາງໜ້າທາງ 9 ແມັດ ປະຕິບັດໄດ້ 21,30%.

ສຳລັບໂຄງການກໍ່ສ້າງ ທາງພາຍໃນເທດສະບານເມືອງປາກຊັນ ( ທາງເບີ 5 ) ປູດ້ວຍຢາງ 2 ຊັ້ນ ມີ 5 ເສັ້ນ ຄື: ແຕ່ບ້ານສີວິໄລ ຫາ ບ້ານນາຈິກ ລາວຍາວ 5.100 ແມັດ, ສີ່ແຍກເທບພະຈັນ ຫາ ໂຮງຮຽນມັດທະຍົມຕົ້ນສີວິໄລ, ລວງຍາວ 850 ແມັດ, ແຍກ 13 ໃຕ້ ຫາ ໂຮງຮຽນມັດທະຍົມປາກຊັນ ( ປ່າໃຜ່ ) ລວງຍາວ 793 ແມັດ, ແຍກ 13 ໃຕ້ ຫາ ແຍກທາງເດີ່ນບິນ ( ເທບພະຈັນ ) ລວງຍາວ 835 ແມັດ ແລະ ແຍກໂພສີ ຫາ ເດີ່ນບິນ ລວງຍາວ 977 ແມັດ ລວມທັງໝົດ 8.555 ແມັດ ຜູ້ຮັບເໝົາກຳລັງສຸມໃສ່ຄວາມຄືບໜ້າ ຮອດປະຈຸບັນໄດ້ກວດກາຄັ້ງທີ່ 1 ສຳເລັດແລ້ວ 45,06%.

About admins14