ເຈົ້າແຂວງບໍລິຄຳໄຊ ເນັ້ນວຽກງານສຳຄັນ ໃນກອງປະຊຸມວຽກງານອົງການປົກຄອງແຂວງ ເປີດກວ້າງ 6 ເດືອນທ້າຍປີ

ເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດງານໃນຕໍ່ໜ້າ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນໜັກຫຼາຍວຽກງານສຳຄັນ ໃນກອງປະຊຸມວຽກງານອົງການປົກຄອງແຂວງເປີດກວ້າງ 6 ເດືອນທ້າຍປີ 2022 ທີ່ໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2023 ຢູ່ຫ້ອງວ່າການແຂວງ ໂດຍມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບລາຍງານ ບັນດາວຽກງານໃນໄລຍະຜ່ານມາ ແລະ ໄດ້ພ້ອມກັນສຸມທຸກສະຕິປັນຍາ ເຂົ້າໃນການຄົ້ນຄວ້າປຶກສາຫາລືຢ່າງສ້າງສັນ, ກົງໄປ-ກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່ກັບຫຼາຍບັນຫາສໍາຄັນ ແລະ ຮີບດ່ວນ ທີ່ພົວພັນກັບຄວາມຮັບຜິດຊອບໃນການບໍລິຫານຄຸ້ມຄອງ ຂອງບັນດາຂະແໜງການ ເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ແກ້ໄຂບັນຫາຢ່າງເປັນລະບົບ ແລະ ມີຫຼັກວິທະຍາສາດ.

ເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດງານໃນຕໍ່ໜ້າ ທ່ານເຈົ້າແຂວງຍັງໄດ້ເນັ້ນໜັກຫຼາຍວຽກງານສຳຄັນ ໂດຍສະເພາແມ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ທີ່ແຂວງໄດ້ກໍານົດແນວທາງໃນການຈັດຕັ້ງປະຕິບັດ ອອກເປັນ 5 ພາກ, 6 ໂຄງການ, 6 ໜ້າວຽກຈຸດສຸມ ໃຫ້ມີປະສິດທິຜົນສູງ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສຸມໃສ່ແກ້ໄຂຄວາມບອບບາງທາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ແຂວງໄດ້ກໍານົດແຜນຜັນຂະຫຍາຍ ປະກອບມີ 3 ຄາດໝາຍໃຫຍ່ ແລະ 4 ແຜນວຽກຈຸດສຸມ, 18 ທິດທາງ, 14 ມາດຕະການແກ້ໄຂ ແລະ 83 ຄາດໝາຍວຽກລະອຽດ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ, ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານ, ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ດຳລັດວ່າດ້ວຍລົດຂອງລັດ ແລະ ນິຕິກຳກ່ຽວຂ້ອງອື່ນໆ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນກວ່າເກົ່າ.

ສ້າງສະພາບແວດລ້ອມທີ່ດີ ໃນການດຶງດູດ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ພ້ອມທັງຮັບປະກັນ 4 ຜົນປະໂຫຍດ (ລັດ, ປະຊາຊົນ, ຜູ້ລົງທຶນ ແລະ ແຂວງ) ພ້ອມທັງປັບປຸງປະສິດທິຜົນຂອງການລົງທຶນຂອງລັດໃຫ້ດີຂຶ້ນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກເປັນບູລິມະສິດ, ຕິດຕາມໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງ 13 ໃຕ້, ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 5 ບໍລິຄໍາໄຊ-ບຶງການ ແລະ ໂຄງການກໍ່ສ້າງທາງເທດສະບານປາກຊັນ ເບີ 5, 6, 7 ໃຫ້ສໍາເລັດຕາມສັນຍາ, ຍົກສູງຄຸນນະພາບຂອງສີມືແຮງງານລາວ ເພື່ອຕອບສະໜອງໃຫ້ແກ່ຕະຫຼາດພາຍໃນ ທັງກ້າວໄປສູ່ການສົ່ງອອກແຮງງານໄປຕ່າງປະເທດ, ສ້າງສະພາບແວດລ້ອມ ເພື່ອດຶງດູດນັກທ່ອງທ່ຽວ ມາທ່ຽວແຂວງໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ສືບຕໍ່ຊຸກຍູ້ ການປັບປຸງນິຕິກໍາແຕ່ລະສະບັບ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອນໍາໄປຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໃຫ້ສໍາເລັດຕາມແຜນການ, ພ້ອມນັ້ນ ໃຫ້ເອົາໃຈໃສ່ປັບປຸງ ແລະ ພັດທະນາ ບັນດາທ່າແຮງບົມຊ້ອນຂອງແຂວງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ດີຂຶ້ນເປັນລໍາດັບ.

About admins14