ຄຊປປລ ແຂວງບໍລິຄຳໄຊ ທາບທາມບຸກຄະລາກອນ ຕຳແໜ່ງງານ 5 – 6

ໃນວັນທີ 27 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານ ແລະ ທາບທາມບຸກຄະລາກອນ ຕໍາແໜ່ງປະເພດ 5 ແລະ ປະເພດ 6 ພາຍໃນຫ້ອງການຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍການເປັນປະທານຂອງ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ.

ກອງປະຊຸມ ໄດ້ຮັບຟັງການເຊື່ອມຊຶມ 2 ເອກະສານ ຄື: ດໍາລັດເລກທີ 461/ລບ, ລົງວັນທີ 9 ຕຸລາ 2012 ວ່າດ້ວຍມາດຕະຖານຕໍາແໜ່ງບໍລິຫານຂອງລັດຖະກອນແຫ່ງ ສປປ ລາວ, ເອກະສານເລກທີ 626/ລຂ, ລົງວັນທີ 30 ພະຈິກ 2021 ວ່າດ້ວຍທີ່ຕັ້ງພາລະບົດບາດ ແລະ ການເຄື່ອນໄຫວຂອງຊາວໜຸ່ມປະຊາຊົນປະຕິວັດລາວ.

ຈາກນັ້ນ ຄະນະຮັບຜິດຊອບປັບປຸງການຈັດຕັ້ງຂັ້ນແຂວງ ກໍ່ໄດ້ແນະນໍາວິທີຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການທາບທາມບຸກຄະລາກອນຄັ້ງນີ້ ດໍາເນີນໄປດ້ວຍຄວາມໂປ່ງໃສ ແລະ ຄັດເລືອກໄດ້ພະນັກງານທີ່ມີຄວາມຮູ້, ຄວາມສາມາດຕາມມາດຖານເງື່ອນໄຂຂອງຂັ້ນເທິງວາງອອກ ພ້ອມທັງດໍາເນີນການທາບທາມຕາມຫຼັກການປະຊາທິປະໄຕ.

About admins14