ການນຳແຂວງບໍລິຄຳໄຊ ອວຍພອນ ໜ່ວຍປະຕິບັດງານພິເສດ ຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເນື່ອງໃນໂອກາດປີໃໝ່ອ້າຍນ້ອງ ສສ ຫວຽດນາມ

ໃນວັນທີ 28 ມັງກອນ 2022 ຢູ່ຫໍບູຊາອັດຖິ ບັນດານັກຮົບວິລະຊົນ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ ການນໍາແຂວງບໍລິຄຳໄຊ ນໍາໂດຍ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະພັກຄະນະບັນຊາ ປກຊ – ປກສ ແຂວງ ແລະ ຕາງໜ້າພະແນກການຂອງແຂວງ ໄດ້ນຳເອົາກະຕ່າຂອງຂວັນອວຍພອນ ໜ່ວຍປະຕິບັດງານພິເສດຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເນື່ອງໃນໂອກາດ ປີໃໝ່ຂອງອ້າຍນ້ອງ ສສ ຫວຽດນາມ, ຕາງໜ້າຮັບໂດຍ ສະຫາຍ ພັທ ຫງຽນຄັກໂດງ ຫົວໜ້າໜ່ວຍປະຕິບັດງານພິເສດຂຸດຄົນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມ ກອງບັນຊາການທະຫານແຂວງແຂວງ ຮ່າຕີ່ງ ສສ ຫວຽດນາມ.

ໂອກາດນີ້ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໜ່ວຍປະຕິບັດງານພິເສດຂຸດຄົ້ນອັດຖິ ແຂວງບໍລິຄໍາໄຊ – ຮ່າຕີ່ງ ທີ່ໄດ້ສຸມທຸກສະຕິປັນຍາ, ເຫື່ອແຮງ ເຂົ້າໃນການຂຸດຄົນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມ ດ້ວຍຄວາມຮັບຜິດຊອບສູງ, ເຖິງຈະພົບກັບຫຍຸ້ງຍາກຫຼາຍປະການ ກໍ່ມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈກັນ ປະຕິບັດໜ້າທີ່ຈົນສໍາເລັດ.

ການເຂົ້າອວຍພອນໃນຄັ້ງນີ້ ແມ່ນສະແດງເຖິງໄມຕີຈິດມິດຕະພາບອັນດູດດື່ມ ສະໜິດສະໜົມ, ຄວາມສາມັກຄີແບບພິເສດ ລະຫວ່າງສອງຊາດລາວ – ຫວຽດນາມ, ຫວຽດນາມ – ລາວ ແລະ ຍັງເປັນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງສອງຊາດລາວ – ຫວຽດນາມ, ຫວຽດນາມ – ລາວ ອັນທີ່ເປັນມູນເຊື້ອມາແຕ່ບູຮານນະການ, ເຊິ່ງຍາມໃດກໍ່ໄດ້ມີການອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາ.

About admins14