ບໍລິຄຳໄຊ-ບໍ່ແກ້ວ ແລກປ່ຽນບົດຮຽນວຽກງານແຜນງານລາວ 030

ກອງປະຊຸມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານພື້ນຖານໂຄ່ງລ່າງແຜນງານລາວ 030 ລະຫວ່າງແຂວງບໍລິຄໍາໄຊ ແລະ ແຂວງບໍແກ້ວ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2022 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ຝ່າຍແຂວງບໍລິຄຳໄຊ ນໍາໂດຍ ທ່ານ ນາງ ນິດດາພອນ ໄຊຍະພອນ ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄໍາໄຊ ແລະ ແຂວງບໍແກ້ວ ນຳໂດຍທ່ານ ສີສຸກ ຄູນວິທອງ ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງບໍ່ແກ້ວ ມີພະແນການກ່ຽວຂ້ອງ, ເມືອງ, ຜູ້ປະສານງານໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄໍາເກີດ ປະທານໂຄງການແຜນງານລາວ 030 ເມືອງ ຄໍາເກີດ ໄດ້ລາຍງານໂດຍຫຍໍ້ຂອງເມືອງ ແລະ ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດແຜນງານພັດທະນາທ້ອງຖິ່ນ ລາວ/030 ໃຫ້ຮູ້ວ່າ: ເມືອງຄໍາເກີດຕັ້ງຢູ່ທິດ ຕາເວັນອອກສ່ຽງໃຕ້ຂອງແຂວງບໍລິຄໍາໄຊ, ຫ່າງຈາກເທດສະບານແຂວງປະມານ 185 ກິໂລແມັດ, ມີເນື້ອທີ່ຄຸ້ມຄອງທັງຫມົດ 2.510 ກິໂລຕາແມັດ, ເປັນເຂດພູດອຍກວມ 2/3 ຂອງ ເນື້ອທີ່ທັງຫມົດ, ເປັນຫນຶ່ງໃນ 7 ຕົວເມືອງ ຂອງແຂວງ ບໍລິ ຄໍາໄຊ, ປະກອບມີ 62 ບ້ານ, ມີ 14.695 ຄອບຄົວ, ມີ ພົນລະເມືອງ 75.547 ຄົນ, ຍິງ 37.378 ຄົນ, ຄອບຄົວ ພົ້ນທຸກ ກວມເອົາ 97,72%, ມີຄອບຄົວທຸກຍາກ 334 ຄອບຄົວ, ຄອບຄົວອານາຖາ 12 ຄອບ ຄົວ, ຄອບຄົວພັດທະນາ 11.433 ຄອບຄົວ ກວມ 77,8%, ສ່ວນຫຼາຍປະຊາຊົນແມ່ນຖືອາຊີບການຜະລິດກະສິກໍາເປັນຫຼັກ, ເສດ ຖະກິດຂະຫຍາຍຕົວໃນຈັງຫວະ 7,7% ຕໍ່ປີ, ສະເລ່ຍລາຍຮັບຕໍ່ຄົນ 17 ລ້ານກວ່າກີນຕໍ່ຄົນຕໍ່ປີ. ບ້ານເປົ້າຫມາຍແຜນງານລາວ030 ທັງຫມົດ 27 ບ້ານ, ຈໍານວນຄົວເຮືອນເປົ້າຫມາຍ 3.528 ຄົວເຮືອນ, ປະຊາກອນ 21 ພັນຄົນ.

ສໍາລັບປີ 2017 ຫາ 2021 ເລັ່ງໃສ່ 3 ໝາກຜົນຫຼັກຂອງແຜນງານພັດທະນາ ທ້ອງຖິ່ນ: ການສ້າງຄວາມເຂັ້ມແຂງໃຫ້ອົງກອນພາກລັດ ແລະ ການຈັດຕັ້ງຂັ້ນທ້ອງຖິ່ນ R1F ການ ພັດນາບ້ານ ຂັບເຄື່ອນໂດຍຊຸມຊົນ 40% ຈາກກອງທຶນພັດທະນາບ້ານ T2 ແລະ ທຶນຈາກ SDC ລວມມູນຄ່າທຶນ 7 ຕື້ກວ່າກີບ, ໃນນັ້ນ ອົງການລັກດິວ Lux.Dev ມູນຄ່າ 6 ຕື້ກວ່າກີບ ແລະ ພັດທະນາກະສິກໍາຕໍ່ກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ທຶນ SDC+Lux.Dev ມູນຄ່າ 1 ຕື້ ກວ່າກີບ, ການພັດທະ ນາ ແລະ ປັບປຸງພື້ນຖານໂຄງລ່າງ R3 ມູນຄ່າ 4 ຕື້ກວ່າກີບ.

ວິທີການ ຈັດຕັ້ງປະຕິບັດ ແມ່ນບ້ານເປັນເຈົ້າການໃນການຄຸ້ມຄອງທຶນພັດທະນາ, ສະເຫນີ ແລະຈັດຕັ້ງປະຕິບັດຕາມຂັ້ນຕອນ ແລະ ຕາມເງື່ອນໄຂ, ນະໂຍ ບາຍຂອງແຜນງານ, ຫ້ອງການປະສານງານ ຫ້ອງການແຜນການ ແລະ ການລົງທຶນເມືອງ) ເປັນໃຈກາງໃນການປະສານກັບ ຄູ່ຮ່ວມງານຢູ່ຂັ້ນເມືອງພາຍໃຕ້ການຊີ້ນໍາຂອງປະທານຊີ້ນໍາຂັ້ນແຂວງ ແລະ ເມືອງ, ຄູ່ຮ່ວມງານເປັນຜູ້ອໍານວຍຄວາມສະດວກ, ໃຫ້ຄໍາແນະນໍາດ້ານວິຊາການໃຫ້ແກ່ບ້ານໃນການຈັດຕັ້ງປະຕິບັດກິດຈະກໍາໃນຂັ້ນບ້ານ. ພ້ອມນັ້ນ ກໍ່ໄດ້ພັດປ່ຽນກັນຂຶ້ນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການປະຕິບັດວຽກງານທີ່ຜ່ານມາ ຈາກນັ້ນ ທີມງານແລະປ່ຽນບົດຮຽນແຂວງບໍ່ແກ້ວ ແລະ ທີມງານແຜນງານລາວ 030 ເມືອງຄໍາເກີດ ໄດ້ເດີນທາງລົງຢ້ຽມຢາມພື້ນຖານໂຄ່ງລ່າງໂຮງຮຽນ ແລະ ນໍ້າລິນ ບ້ານວັງກໍ່ ແລະ ບ້ານທົ່ງແຄະ.

About admins14