ຂົງເຂດເສດຖະກິດ ເຊື່ອມຊືມມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ

ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທົ່ວຂົງເຂດເສດຖະກິດ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດເຜີຍແຜ່ເອກະສານໂດຍ ສະຫາຍ ບຸນເສັງ ປະທຳມະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ມີຄະນະພັກ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຫັນວ່າ ສູນກາງພັກ ແລະ ຄະນະພັກທຸກຂັ້ນ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ, ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ ແລະ ບັນດາເປົ້າໝາຍສູ້ຊົນ ໃນການພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄປຈັດຕັ້ງຄົ້ນຄວ້າ, ເຊື່ອມຊືມຢ່າງກວ້າງຂວາງ ແລະ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ສາມາດຍາດໄດ້ຜົນສຳເລັດທີ່ສຳຄັນຫຼາຍດ້ານ, ບົດລາຍງານການເມືອງສະບັບນີ້ ຍັງໄດ້ຍົກໃຫ້ເຫັນບັນດາວຽກງານ ໃນບົດລາຍງານການເມືອງ ທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດຢ່າງແຂງແຮງໃນຕໍ່ໜ້າ ເພຶ່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ຮັກສາສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກ ຂອງສັງຄົມ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ, ຍຸຕິທຳ ແລະ ອື່ນໆ.

ຫຼັງຈາກນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ໄດ້ຕົກລົງເຫັນດີເປັນເອກະພາບ ແລະ ໃຫ້ທິດຊີ້ນຳ ຕໍ່ບັນຫາຕ່າງໆ ເປັນຕົ້ນແມ່ນ ຕໍ່ສະພາບພາກພື້ນ ແລະ ສາກົນ, ກ່ຽວກັບການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໄດ້ຮັບຮອງເອົາແຜນດຳເນີນງານຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ໄດ້ມີຄວາມເປັນເອກະພາບ ແລະ ຮັບຮອງເອົາມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍລະບອບແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກສະໄໝທີ XI, ຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຮ່າງແຜນງົບປະມານແຫ່ງລັດ 5 ປີ (2021-2025) ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຕົວເລກມະຫາພາກ, ຄາດໝາຍໃຫຍ່ໆ ແລະ ບັນດາມາດຕະການຈັດຕັ້ງປະຕິບັດ.

ກອງປະຊຸມຮັບຮອງເອົາໂຄງປະກອບກົງຈັກລັດຖະບານ ຈຳນວນ 17 ກະຊວງ, 2 ອົງການລັດທຽບເທົ່າ, ໄດ້ພິຈາລະນາ ແລະ ຮັບຮອງເອົາການແບ່ງງານ, ແບ່ງຄວາມຮັບຜິດຊອບ ໃຫ້ບັນດາສະຫາຍກຳມະການສູນກາງພັກ ສະໄໝທີ XI ແລະ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ໄດ້ຊີ້ນຳວຽກງານຈຸດສຸມຈຳນວນໜຶ່ງ ຮອດກອງປະຊຸມຄົບຄະນະຄັ້ງຕໍ່ໄປ ກໍ່ຄື ໃນປີ 2021.

ກອງປະຊຸມ ຍັງໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ ເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ແລະ ເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.

About admins14