ບໍລິຄຳໄຊ ກຽມຄວາມພ້ອມເພື່ອເປີດການຮຽນ-ການສອນຄືນ

ແຂວງບໍລິຄຳໄຊ ກໍ່ຄືພະແນກສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ຫຼາຍວຽກງານ ເພື່ອກະກຽມຄວາມພ້ອມໃນການເປີດການຮຽນ-ການສອນຄືນ ແລະ ຮັບປະກັນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19, ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 20 ພຶດສະພາ 2021 ຢູ່ພະແນກດັ່ງກ່າວ.

ເພື່ອປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງ ໃນການເພີ່ມທະວີມາດຕະການຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19 ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ອອກຄໍາສັ່ງເລກທີ 820/ສກຂ ເຖິງບັນດາທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຂະແໜງ, ສູນ ແລະ ໂຮງຮຽນທັງພາກລັດ ແລະ ເອກະຊົນພາຍໃນແຂວງ ໃຫ້ປິດສອນຊົ່ວຄາວເລີ່ມແຕ່ ວັນທີ 22 ເມສາ 2021 ຫາ ວັນທີ 21 ພຶດສະພາ 2021 ຈົນກວ່າຈະມີຄໍາສັ່ງຈາກຄະນະສະເພາະກິດຂອງແຂວງ, ພ້ອມກັນນັ້ນ ຍັງໄດ້ແຕ່ງຕັ້ງຜູ້ຈໍາການຢູ່ພາຍໃນພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ໂຮງຮຽນ ໂດຍໄດ້ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ, ຕໍ່ກັບໄລຍະພັກຮຽນສາຍສາມັນສຶກສາ ໄດ້ໃຫ້ຄູ-ອາຈານ ປະຕິບັດໜ້າທີ່ປົກກະຕິ ເປັນຕົ້ນແມ່ນການຄົ້ນຄວ້າທາງວິຊາການ, ການແຕ່ງບົດສອນ, ການຜະລິດອຸປະກອນການຮຽນ-ການສອນ, ພ້ອມດຽວກັນນັ້ນ ໃຫ້ມອບວຽກບ້ານແກ່ນັກຮຽນ-ນັກສຶກສາ ເພື່ອສືບຕໍ່ຮຽນຢູ່ບ້ານຜ່ານທາງສື່ສານອອນລາຍຕ່າງໆ ແລະ ສົ່ງໃຫ້ຄູ-ອາຈານ ອາທິດລະ 2 ຄັ້ງ ແລະ ແນະນຳໃຫ້ນັກຮຽນ-ນັກສຶກສາ ທີ່ຕ້ອງການຊອກຄວາມຮູ້ເພີ່ມເຕີມ ຕິດຕາມລາຍການສຶກສາໃໝ່ ທີ່ອອກອາກາດທາງໂທລະພາບແຫ່ງຊາດລາວຊ່ອງ 8, ເວັບໄຊ້ການສອນອອນລາຍ www.moes.edu.la/dge/apps.php ແລະ ຊ່ອງທ່າງອື່ນໆ.

ສຳລັບແຜນໃນການເປີດການຮຽນ-ການສອນຄືນ ທ່ານຮອງຫົວໜ້າພະແນກ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ຈະໄດ້ສຸມໃສ່ສຶກສາອົບຮົມແນວຄິດຂອງພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມລະມັດລະວັງ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19, ແຈ້ງການໃຫ້ພະນັກງານ, ຄູ-ອາຈານ ທົ່ວຂົງເຂດສຶກສາ ຕຶ່ນຕົວເຂົ້າຮັບການສັກຢາວັກຊີນຕ້ານພະຍາດ ໂຄວິດ-19 ຢ່າງທົ່ວເຖິງ, ທຳຄວາມສະອາດ ແລະ ຂ້າເຊື້ອຢູ່ບັນດາໂຮງຮຽນ ແລະ ຈະໄດ້ສະເໜີຫາຄະນະສະເພາະກິດຂັ້ນແຂວງ ເພື່ອຈັດຕັ້ງການຮຽນ-ການສອນຄືນ ໂດຍຈະໄດ້ຈັດຕັ້ງປະຕິບັດໃນ 2 ຮູບແບບ ຄື: ຈະເປິດຮຽນ ປໍ 5, ມໍ 4, ມໍ 7 ແລະ ປີສຸດທ້າຍຂອງສາຍອາຊີວະສຶກສາ ກ່ອນ, ຈາກນັ້ນ ຖ້າວ່າສະຖານະການດີຂຶ້ນຈຶ່ງເປິດຮຽນຂັ້ນ ປໍ 1-ປໍ 4, ມໍ 1-ມໍ 3 ແລະ ມໍ 5-ມໍ 6.

ສໍາລັບການເປີດຮຽນຄືນນີ້ ທາງກະຊວງສຶກສາທິການ ແລະ ກິລາ ກໍ່ຄືກົມວິຊາການ ຈະມີຄໍາສັ່ງລະອຽດໃນການຈັດການຮຽນ-ການສອນ ຕະຫຼອດຮອດການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນ.

About admins14