ບໍລິຄຳໄຊ ສຸມໃສ່ຄົ້ນຄວ້າຮ່າງວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ

ກອງປະຊຸມຄົ້ນຄວ້າຮ່າງວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ມີຄະນະປະຈຳພັກແຂວງ, ພະແນການກ່ຽວຂ້ອງ ແລະ ຄະນະຄົ້ນຄວ້າຮ່າງວາລະແຫ່ງຊາດ ຂັ້ນແຂວງ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການນຳສະເໜີ ຮ່າງວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ (2021-2023) ທີ່ຍົກໃຫ້ເຫັນເຖິງສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ, ການສົ່ງເສີມການປະຢັດ, ຕ້ານການຟູມເຟືອຍ, ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ, ການສ້າງສະຖຽນລະພາບດ້ານເງິນຕາ, ການສົ່ງເສີມການຜະລິດ-ບໍລິການ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ( ຫັນປ່ຽນໄປສູ່ສັງຄົມການຜະລິດ) ເພື່ອສ້າງຖານລາຍຮັບເສດຖະກິດທີ່ເຂັ້ມແຂງ, ການຍົກສູງປະສິດທິຜົນການຄຸ້ມຄອງລັດດ້ວຍກົດໝາຍ, ການແບ່ງຄວາມຮັບຜິດຊອບ ແລະ ກົນໄກໃນການຈັດຕັ້ງປະຕິບັດ.

ໃນຮ່າງວາລະແຫ່ງຊາດສະບັບນີ້ ໄດ້ວາງລະດັບຄາດໝາຍສຳຄັນຫຼາຍດ້ານ ເປັນຕົ້ນແມ່ນຈະໄດ້ສຸມໃສ່ແກ້ໄຂວຽກງານບູລິມະສິດດ້ານເສດຖະກິດ-ການເງິນ ໃນໄລຍະ 2021-2023, ເປັນຕົ້ນແມ່ນ ການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ, ຄ່ອງຕົວ ແລະ ມີປະສິດທິຜົນ, ຫຼຸດຜ່ອນຄວາມບອບບາງຕ່າງໆ ດ້ານເສດຖະກິດລົງເທື່ອລະກ້າວ ໃຫ້ໄດ້ໂດຍພື້ນຖານ ຮອດປີ 2023 ສາມາດດຸນດ່ຽງການຂາດດຸນງົບປະມານ ບໍ່ໃຫ້ເກີນ 5%, ຂະຫຍາຍຖານລາຍຮັບພາຍໃນຕໍ່ GDP ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສາມາດຈຳກັດລາຍຈ່າຍງົບປະມານທີ່ຟູມເຟືອຍ ແລະ ບໍ່ມີປະສິດທິຜົນ, ຫຼຸດຜ່ອນການກູ້ຢືມໃໝ່, ລະບົບເງິນຕາ ສາມາດຄຸ້ມຄອງໃຫ້ມີປະສິດທິຜົນດີຂຶ້ນ, ຂະຫຍາຍການຜະລິພາຍໃນ ເພື່ອທົດແທນການນຳເຂົ້າ, ຂະຫຍາຍຖານການສົ່ງອອກສິນຄ້າໃຫ້ຫຼາຍຂຶ້ນ ແລະ ຫຼາກຫຼາຍກວ່າເກົ່າ, ຍົກບົດບາດການນຳພາຂອງພັກ ແລະ ລັດຖະບານ ໃນການຄຸ້ມຄອງເສດຖະກິດມະຫາພາກ ແລະ ຄຸ້ມຄອງລັດ ດ້ວຍກົດໝາຍ ຕໍ່ພາຍໃນ ແລະ ສາກົນ ຂຶ້ນເທື່ອລະກ້າວ ແລະ ຄາດໝາຍອື່ນໆ.

ຫຼັງຈາກນັ້ນ ຍັງໄດ້ມີການສະເໜີ ແລະ ປະກອບຄຳຄິດຄຳເຫັນ ໃສ່ຮ່າງວາລະແຫ່ງຊາດດັ່ງກ່າວ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ການປັບປຸງບັນດານິຕິກຳ ທີ່ຍັງບໍ່ທັນສອດຄ່ອງ ທີ່ຍັງສ້າງຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການປະຕິຮູບກົງຈັກ, ບຸກຄະລາກອນ ແລະ ການສ້າງຄວາມເຂັ້ມແຂງ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂ ການຮົ່ວໄຫຼຂອງລາຍຮັບງົບປະມານ, ການເກັບກຳສະຖິຕິ ແລະ ການຂະຫຍາຍຖານລາຍຮັບງົບປະມານ ແລະ ອື່ນໆ.

About admins14