ຂົງເຂດການເມືອງ ແລະ ເສດຖະກິດ ເມືອງໄຊຈໍາພອນ ເຊື່ອມຊຶມດຳລັດ 184/ລບ

ໃນວັນທີ 13 ກໍລະກົດ 2022 ທີ່ສະໂມສອນເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມດຳລັດ 184/ລບ ຂອງຂົງເຂດການເມືອງ ແລະ ຂົງເຂດເສດຖະກິດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພິສິດ ອິນບຸນພອນ ຫົວໜ້າຄະນະຈັດຕັ້ງເມືອງ, ມີຫົວໜ້າ, ຮອງຫ້ອງການຂອງຂົງເຂດການເມືອງ ແລະ ເສດຖະກິດ ພ້ອມດ້ວຍພະນັກງານລັດຖະກອນພາຍໃນຂົງເຂດ ເຂົ້າຮ່ວມ.

ດຳລັດ 184/ລບ ວ່າດ້ວຍຈັນຍາບັນ ຂອງພະນັກງານ – ລັດຖະກອນ ປະກອບມີ 04 ໝວດ 14 ມາດຕາ ໂດຍກຳນົດຈຸດປະສົງ, ຈັນຍາບັນ, ຫຼັກການຈັນຍາບັນ, ຂອບເຂດການນຳໃຊ້, ປະເພດຈັນຍາບັນຂອງພະນັກງານ – ລັດຖະກອນ, ຈັນຍາບັນຕໍ່ຕົນເອງ, ຈັນຍາບັນຕໍ່ວິຊາຊີບ, ຈັນຍາບັນຕໍ່ການຈັດຕັ້ງ, ຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ, ນະໂຍບາຍຕໍ່ຜູ້ມີຜົນງານ, ມາດຕະການຕໍ່ຜູ້ລະເມີດ, ການຕີລາຄາກ່ຽວກັບຈັນຍາບັນຂອງພະນັກງານ-ລັດຖະກອນ.

ຈຸດປະສົງ ກໍ່ເພື່ອຍົກສູງໃຫ້ສະມາຊິກພັກ, ພະນັກງານ – ລັດຖະກອນມີທັດສະນະຄະຕິທີ່ດີ ຕໍ່ການປະຕິບັດໜ້າທີ່ວຽກງານຂອງຕົນ, ແນ່ໃສ່ຄຸ້ມຄອງ, ສຶກສາອົບຮົມໃຫ້ພະນັກງານລັດຖະກອນ ມີຄຸນທາດການເມືອງ, ຄຸນສົມບັດສີນທຳປະຕິວັດໜັກແໜັນ, ມີຄວາມຮັບຜິດຊອບສູງ, ມີສະຕິຕື່ນຕົວເຄົາລົບລະບຽບກົດໝາຍຢ່າງເຂັ້ມງວດ, ອຸທິດຕົນຮັບໃຊ້ປະຊາຊົນ ແລະ ປະເທດຊາດດ້ວຍຄວາມຊື່ສັດບໍລິສຸດ.

About admins14