ທ່າພະບາດ ຈັດພິທີປ່ອຍປາ ເນື່ອງໃນໂອກາດ ວັນອານຸລັກສັດນໍາສັດປ່າ – ສັດປ່າແຫ່ງຊາດ

ພິທີປ່ອຍປາ ຢູ່ເຂດວັງສະຫງວນທ່າວັດໂພນສັນ ບ້ານພະບາດໂພນສັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2022 ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ທ່ານ ທົງໄຊ ບຸດວົງ ເຈົ້າເມືອງລັດຕະນະວາປີ ຣາຊາອານາຈັກໄທ, ມີຕາງໜ້າຈາກພະແນກການຂັ້ນແຂວງ, ເມືອງ, ບໍລິສັດ – ນັກທຸລະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໃນພິທີ ທ່ານ ສົມສົດ ແສງອາພອນ ກ່າວວ່າ: ຈຸດປະສົງຂອງການຈັດພິທີປ່ອຍປາ ລົງເຂດວັງສະຫງວນ ວັດທ່າໂພນສັນໃນຄັ້ງນີ້ ກໍ່ເພຶ່ອເຮັດໃຫ້ປາເຂດວັງສະຫງວນດັ່ງກ່າວມີຈໍານວນເພີ່ມຂຶ້ນ ພ້ອມທັງເປັນການຂະຫຍາຍພັນປາ ແລະ ຄຸ້ມຄອງ ອະນຸລັກສັດນໍ້າ – ສັດປ່າ ໃຫ້ຍືນຍົງຄົງຕົວ ຢູ່ຄູ່ກັບຄົນເຮົາຕະຫຼອດໄປ ດັ່ງຄໍາສຸພາສິດທີິວ່າ “ໃນນໍ້າມີປາ ໃນນາມີເຂົ້າ ໃນປ່າ ມີສັດປ່າອາໃສຢູ່”.

ນອກຈາກນີ້ ກໍ່ເພຶ່ອເປັນການປຸກລະດົມປວງຊົນໃຫ້ເຫັນໄດ້ຄວາມສໍາຄັນ ພ້ອມທັງເຊີດຊູສະຕິຮັກ, ຫວງແຫນຖະໜອມ ແລະ ເປັນເຈົ້າການຮ່ວມກັນ ໃນການຄຸ້ມຄອງກວດກາ ອານຸລັກປົກປັກຮັກສາ ແລະ ນໍາໃຊ້ສັດນໍ້າ – ສັດປ່າໃຫ້ຍືນຍົງ ແລະ ຮັບປະກັນຄວາມອຸດົມສົມບູນ ຕໍ່ລະບົບນິເວດທໍາມະຊາດ ເພຶ່ອປະກອບສ່ວນຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະ ເປັນທ່າແຮງຕໍ່ການພັດທະນາເສດຖະກິດ – ສັງຄົມຂອງປະເທດຊາດ.

ປາທີ່ນໍາມາປ່ອຍໃນຄັ້ງນີ້ແມ່ນມີ 2 ຊະນິດ ຄື: ປາປາກ ແລະ ປາໃນ ລວມທັງໝົດ 2 ແສນກວ່າໂຕ, ໂດຍແມ່ນກົມປະມົງ ເມືອງລັດຕະນະວາປີ ຣາຊາອານາຈັກດໄທ ເປັນຜູ້ສະໜອງແນວພັນປາໃຫ້ ເພຶ່ອແນ່ໃສ່ທົດແທ່ນ ແລະ ຂະຫຍາຍພັນປາອອກໄປສູ່ແຫຼ່ງນໍ້າທໍາມະຊາດຂອບເຂດບໍລິເວນໃກ້ຄຽງ ເຮັດໃຫ້ປະຊາຊົນໄດ້ທໍາມາຫາກິນ ເປັນບ່ອນຄໍ້າປະກັນດ້ານຊີ້ນປາ ແລະ ສ້າງລາຍຮັບໃຫ້ກັບປະຊາຊົນໃນອານາຄົດ.

About admins14