ບໍລິຄໍາໄຊ ສະຫຼຸບວຽກງານ ປກຊ – ປກສ ປະຈໍາ 6 ເດືອນຕົ້ນປີ

ໃນວັນທີ 12 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ເປີດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ປະຈຳ 6 ເດືອນຕົ້ນປີ ໂດຍໃຫ້ກຽດເປັນປະທານ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຂົ້າຮ່ວມໂດຍທ່ານ ພົນຕີ ສະຫວ່າງໄຊ ສິນນາວົງ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຂັ້ນສູນກາງ, ມີຄະນະກຳມະການປ້ອງກັນຊາດສູນກາງ, ຄະນະປະຈຳພັກແຂວງ, ເມືອງ, ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ ແລະ ພະນັກງານຫຼັກແຫຼ່ງ 7 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົົ້າຮ່ວມ.

ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 60/ກມສພ, ລົງວັນທີ 21 ພຶດສະພາ 2020 ວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງກໍາມະການ ປກຊ – ປກສ ແຂວງ – ນະຄອນຫຼວງ, ມະຕິກອງປະຊຸມ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ 3 ແຂວງ, 1 ກອງພົນ, ປະຕິບັດສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສຸມໃສ່ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່, 26 ແຜນງານ ຂອງກະຊວງປ້ອງກັນປະເທດ ແລະ 4 ຄາດໝາຍ, 4 ແຜນງານໃຫຍ່ ແລະ 41 ໂຄງການຂອງກະຊວງປ້ອງກັນຄວາມສະຫງົບ ວາງອອກ.

ໃນໄລຍະ 06 ເດືອນຜ່ານມາ, ແຂວງ ບໍລິຄໍາໄຊ ແມ່ນຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ລະບົບການຈັດຕັ້ງໄດ້ຮັບການປັບປຸງ ຢ່າງໜັກແໜ້ນ, ກຳລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ນັບມື້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສະດວກໃນການທໍາມາຫາກິນ ສ້າງເສດຖະກິດຄອບຄົວ ແລະ ພັດທະນາທ້ອງຖີ່ນຂອງຕົນໃຫ້ຈະເລີນຮຸ່ງເຮືອງສີວິໄລ ຕາມແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັັກການຂອງພັກ,.

ຄະນະປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໄດ້ສຸ່ມໃສ່ສຶກສາອົບຮົມນໍ້າໃຈຮັກຊາດ, ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ການປັບປຸງກໍ່ສ້າງວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໂດຍຕິດພັນຢ່າງເລິກເຊີ່ງກັບການພັດທະນາເສດຖະກິດ – ສັງຄົມຂອງຊາດ, ຂອງທ້ອງຖີ່ນ ແລະ ສຸ່ມໃສ່ແກ້ໄຂບັນຫາ 4 ເຖື່ອນ ໂດຍຕິດພັນກັບ 9 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ.

ບັນດາຜູ້ແທນກອງປະຊຸມ ໄດ້ພັດປ່ຽນກັນຂື້ນປະກອບຄໍາເຫັນແລກປ່ຽນສະພາບການວຽກງານເຊີ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ໄດ້ເອກະພາບກັນຕໍ່ກັບບົດສະຫຼຸບ ແລະ ຮັບຮອງເອົາທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນ 06 ເດືອນ ທ້າຍປີ 2022 ທີ່ຈະໄດ້ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງຂື້ນກວ່າເກົ່າ.

ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ, ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດຂອງຕົນ ທີ່ພັກ – ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ເປັນວຽກງານທົ່ວປວງຊົນຮອບດ້ານ ເພື່ອຕອບຕ້ານທັບມ້າງທຸກກົນອຸບາຍ ຫັນປ່ຽນໂດຍສັນຕິຂອງບັນດາອິດທິກໍາລັງປໍລະປັກ ເພື່ອຮັບປະກັນເຮັດໃຫ້ປະທດຊາດ ກໍ່ຄືແຂວງບໍລິຄໍາໄຊ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າມີຄວາມຜາສຸກ.

About admins14