ຂົງເຂດການເມືອງ ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ທັນວາ 2020 ຢູ່ຫ້ອງປະຊຸມໃຫຍ່ຂອງແຂວງ ໃຫ້ກຽດເຜີຍແຜ່ໂດຍທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ ແລະ ພະນັກງານລັດຖະກອນທົ່ວຂົງເຂດການເມືອງ ເຂົ້າຮ່ວມເຊື່ອມຊຶມ.

ໃນພິທີ ໄດ້ຮັບຟັງການເຜີຍແຜ່ຜົນສຳເລັດການຈັດປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງ ເຊິ່ງສະຫາຍຮອງເລຂາ ໄດ້ຍົກໃຫ້ເຫັນວ່າ: ຄະນະພັກແຂວງໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼາຍວຽກງານສຳຄັນ ເຮັດໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ ທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ ແລະ ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນອັດຕາສະເລ່ຍ 6,5% ຕໍ່ປີ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ກໍ່ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານໃນຫຼາຍຮູບການ ແລະ ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍການປັບປຸງລະບົບການເມືອງຢູ່ຮາກຖານຢ່າງໜັກແໜ້ນ, ຈັດສັນເຕົ້າໂຮມບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນບ້ານໃຈກາງພັດທະນາ ແລະ ກາຍເປັນສີສັນຕົວເມືອງນ້ອຍໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ທົ່ວແຂວງມີຄອບຄົວພົ້ນທຸກ ກວມ 98,2%, ບ້ານພົ້ນທຸກກວມ 89% ແລະ ເມືອງພົ້ນທຸກ 6 ເມືອງ, ມີຄອບຄົວພັດທະນາ 86,73%, ບ້ານພັດທະນາກວມ 70,44%.

ສຳລັບທິດທາງໜ້າທີ່ ແລະ ຄາດໝາຍສູ້ຊົນ ໄລຍະປີ 2021-2025 ແຂວງບໍລິຄຳໄຊ ຈະສືບຕໍ່ເຮັດໃຫ້ທົ່ວແຂວງມີຄວາມສະຫງົບປອດໄພ ແລະ ໜັກແໜ້ນ ເພື່ອສ້າງປັດໄຈພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວ, ປະຕິບັດການສ້າງບ້ານ, ກຸ່ມບ້ານພັດທະນາ ຕິດພັນກັບວຽກງານ 3 ສ້າງ ໃຫ້ເຂົ່າສູ່ລວງເລີກ, ປັບປຸງບູລະນະ ລະບົບການເມືອງປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ພາຍໃຕ້ຄຳຂວັນທີ່ວ່າ “ເພີ່ມທະວີບົດບາດການນຳພາຂອງພັກ, ເສີມຂະຫຍາຍມູນເຊື້ອສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ”.

ໃນຕອນບ່າຍຂອງວັນດຽວກັນ ຢູ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊຂຶ້ນ ໃຫ້ກຽດເຜີຍແຜ່ເຊື່ອມຊຶມໂດຍ ສະຫາຍ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ເລຂາໜ່ວຍພັກຮາກຖານໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ, ມີສະມາຊິກພັກພາຍໃນໜ່ວຍພັກຮາກຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

About admins16