ເຜີຍແຜ່ກົດລະບຽບການນໍາໃຊ້ ແລະ ປົກປັກຮັກສາຕະຫຼາດ ບ້ານພູຄໍາ

 

ໃນວັນທີ່ 8 ທັນວາ 2020 ຢູ່ຫ້ອງການບ້ານພູຄໍາ ເມືອງບໍລິຄັນ ແຂວງບໍລິຄຳໄຊ ຫ້ອງການອຸດສາະກໍາ-ການຄ້າເມືອງບໍລິຄັນ ໄດ້ລົງເຜີຍແຜ່ກົດລະບຽບການນໍາໃຊ້ ແລະ ປົກປັກຮັກສາຕະຫຼາດບ້ານພູຄໍາ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງ.

ທ່ານ ອີນແປງ ຍວນຄໍາ ຮອງຫົວໜ້າຫ້ອງການອຸດສາຫະກໍາ-ການຄ້າເມືອງ ໄດ້ຂື້ນຜ່ານກົດລະບຽບບາງມາດຕາໃນການຄຸ້ມຄອງ ແລະ ນໍາໃຊ້ຕະຫຼາດໃຫ້ມີຄວມຍືນຍົງ, ຈຸດປະສົງ ກໍ່ເພື່ອເປັນການກໍານົດເງື່ອນໄຂ ແລະ ແບບແຜນຂອງການຊື້-ຂາຍສິນຄ້າ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍພາຍໃນຕະຫຼາດ, ຮັບປະກັນຄວາມສະຫງົບ ຄວາມສາມັກຄີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໃນການພົວພັນຊື້ – ຂາຍ, ຕ້ອງໄດ້ປະຕິບັດກົດລະບຽບຂອງຕະຫຼາດທີ່ພາກລັດວາງອອກຢ່າງເຂັ້ມງວດ ເປັນຕົ້ນແມ່ນລາຄາຊື້-ຂາຍສິນຄ້າ, ການວັດແທກຕາຊັ່ງ ,ຄວາມສະອາດປອດໄພຂອງສິນຄ້າຕ່າງໆ, ຮັກສາອະນາໄມສະພາບແວດລ້ອມໃຫ້ມີຄວາມສະອາດ ແລະ ສວຍສົດງົດງາມ.

ທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະມາຄົມແມ່ຄ້າຕະຫຼາດ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດກົດລະບຽບຂອງຕະຫຼາດໄດ້ດີຕະຫຼອດມາ ທ່ານຍັງໄດ້ເນັ້ນໃຫ້ອໍານາດການປົກຄອງບ້ານ ເອົາໃຈໃສ່ລົງຊຸກຍູ້ການຜະລິດຂອງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ຫຼາຍຂື້ນ ເພື່ອສະໜອງຜົນຜະລິດໃຫ້ແກ່ຕະຫຼາດ ໃຫ້ມີຄວາມຍືນຍົງ ແລະ ໄດ້ຮັບການພັດທະນາດີຂື້ນເປັນກ້າວໆ.

ຈາກນັນທາງຄະນະຮັບພິຊອບຈັດສັນຕະຫຼາດ ໄດ້ນໍາພາລົງກວດກາເບີ່ງການຈັດສັນຕະຫຼາດຂອງບ້ານພູຄໍາ.

 

About admin11