ຂະແໜງລ້ຽງສັດ ແລະ ການປະມົງ ລົງຊຸກຍູ້ຊາວກະສິກອນລ້ຽງສັດ ຂາຍເປັນສິນຄ້າ ຢູ່ເມືອງປາກກະດິງ

ໃນວັນທີ 26 ເມສາ 2022 ທ່ານ ໃຈນຶກ ພະຄູນທອງ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ – ປ່າໄມ້ ແຂວງບໍລິຄຳໄຊ ພ້ອມດ້ວຍວິຊາການ  ໄດ້ລົງເຄື່ອນໄຫວຕິດຕາມ-ຊຸກຍູ້ຊາວກະສິກອນ ລ້ຽງສັດຂາຍເປັນສິນຄ້າ ຢູ່ເມືອງປາກກະດິງ, ໂດຍການນຳພາທາງຂອງທ່ານ ດຳ ເພີນຈິດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

 ການລົງເຮັດວຽກໃນຄັ້ງນີ້ທ່ານຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ໄດ້ລົງພົບປະກັບຊາວກະສິກອນ ກຸ່ມລ້ຽງໝູຂາຍເປັນສິນຄ້າ ຢູ່ເຂດ 3 ບ້ານວຽງຄຳ, ໂດຍມີກຸ່ມລ້ຽງໝູຂາຍເປັນສິນຄ້າ ຢູ່ເຂດ 2 ທົ່ງນາມີເຂົ້າຮ່ວມນຳ, ການລົງຢ້ຽມຢາມທາງທີມງານ ຮ່ວມກັບກຸ່ມລ້ຽງສັດ ໄດ້ປຶກສາຫາລືຮ່ວມກັນຫລາຍບັນຫາ ໂດຍສະເພາະແມ່ນ ການເອື້ອອຳນວຍຂອງພາກລັດຕໍ່ຊາວກະສິກອນຜູ້ທີ່ລ້ຽງສັດໃຫ້ເປັນສິນຄ້າ ແລະ ການພັດທະນາການລ້ຽງສັດໃຫ້ເປັນສິນຄ້າ, ຂະຫຍາຍຟາມ ຜະລິດໃຫ້ເປັນສິນຄ້າເພື່ອສົ່ງອອກ.

ຫຼັງຈາກນັ້ນກໍ່ໄດ້ລົງຢ້ຽມຢາມເບີ່ງຟາມລ້ຽງຄວາຍແບບໃໝ່ຂອງທ່ານ ວຽງແກ້ວ ລາດຊະວົງ ຢູ່ບ້ານວຽງຄຳ. ຕາມການລາຍງານຂອງທ່ານທ່ານ ວຽງແກ້ວ ລາດຊະວົງ ໄດ້ໃຫ້ຮູ້ວ່າ: ຕົນເອງມີພື້ນຖານໃນການລ້ຽງມາແຕ່ຕອນຍັງນ້ອຍ ເປັນມູນເຊື້້ອມາແຕ່ມາແຕ່ພໍ່ແມ່ ຈຶ່ງຄຶດຢາກລ້ຽງ ແລະ ໄດ້ຊື້ພໍ່ແມ່ພັນມາເລີ່ມຕົ້ນ 5 ໂຕ, ຜ່ານການລ້ຽງມາ 3 ປີ ຈຶ່ງໄດ້ຂະຫຍາຍເປັນຟາມນ້ອຍໆ ແລະ ຊື້ພໍ່ແມ່ພັນມາຕ່ືມ ປະຈຸບັນມີຄວາຍທັງໝົດ 40 ໂຕ. ໂດຍການລ້ຽງດ້ວຍເຟືອງເຄີ່ງມື້ ແລະ ປ່ອຍໃຫ້ກິນຫຍ້າ 3 ຊົ່ວໂມງ ຕໍ່ມື້. ແລະ ໃນຕອນບ່າຍຂອງວັນດຽວກັນ ກໍ່ໄດ້ລົງສາທິດ ສອນວິທີການປະສົມພັນກົບ ແລະ ປະສົມພັນປາ ຢູ່ທີ່ຟາມຂອງນາງແພງ ບ້ານຊ່ອນພັນໄຊ.

About admin11