ຂົງເຂດວັດທະນະທຳສັງຄົມ ເມືອງປາກກະດິງ ເຊື່ອມຊືມແນວທາງການເມືອງຂອງພັກ

ຕອນເຊົ້າວັນທີ 28 ເມສາ 2022 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມນິຕິກຳສຳຄັນຂອງພັກ ໃຫ້ແກ່ສະມາຊິກພັກ-ພະນັກງານ ຂົງເຂດວັດທະນະທຳສັງຄົມ ກອງປະຊຸມເຜີຍແຜ່ເຊື່ອມຊືມນິຕິກຳສຳຄັນຂອງພັກຄັ້ງນີ້ມີ: ບົດໂອ້ລົມຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປລາວ ຕໍ່ກອງປະຊຸມວຽກງານໂຄສະນາອົບຮົມປະຈຳປີ 2021, ເຊື່ອມຊຶມເອກະສານເນື້ອໃນກອງປະຊຸມວຽກງານໂຄສະນາອົບຮົມ ທົ່ວປະເທດ ປີ 2021 ພາຍໃຕ້ຄຳຂັວນ “ສ້າງການຫັນປ່ຽນຢ່າງແຂງແຮງ ວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃຫມ່ໃຫ້ປະກົດຜົນເປັນຈິງ”ແລະ ເອກະສານ ສູ້ຊົນປະຕິບັດວຽກງານຈຸດສຸມຂອງກອງປະຊຸມຄົບຄະນະບໍລິຫານງານພັກເມືອງປາກກະດິງ ຄັ້ງທີ 10 ສະໄຫມທີ VII .

ເຊີ່ງການເຜີຍແຜ່ເຊື່ອມຊືມນິຕິກຳສຳຄັນຂອງພັກຄັ້ງນີ້ໂດຍການປະຕິບັດຕາມທິດຊີ້ນຳຂອງຄະນະປະຈຳພັກເມືອງ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ການນຳຫຼັກແຫຼ່ງ ເຂົ້າໃຈເຖີງພາລະບົດບາດວຽກງານການເມືອງໃນໄລຍະໃໝ່ ແນໃສ່ໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ຮັບຜົນດີຂື້ນເລື້ອຍໆ. ຕາມແຜນຍັງຈະໄດ້ເຜີຍແຜ່ ເຊື່ອມຊືມ ນິຕິກຳສຳຄັນຂອງພັກໃຫ້ແກ່ສະມາຊິກພັກ-ພະນັກງານ ຂົງເຂດການເມືອງ, ຂົງເຂດອົງການຈັດຕັ້ງມະຫາຊົນ, ຂົງເຂດເສດຖະກິດ ແລະ ຂົງເຂດ ປກຊ-ປກສ ຕື່ມອີກ.

About admin11