ກໍາມະບານຮາກຖານພະແນກຖະແຫຼງຂ່າວ ປະກອບສ່ວນຊ່ວຍເຫຼືອຄອບຄົວອານາຖາ

ໃນວັນທີ 25 ກໍລະກົດ 2022 ຢູ່ສະຫະພັນກໍາມະບານ ແຂວງບໍລິຄຳໄຊ, ທ່ານ ພູວັນ ໄຊຍະສານ ຮອງຫົວໜ້າພະແນກ ປະທານກໍາມະບານຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍລິຄໍາໄຊ ພ້ອມຄະນະ ໄດ້ມອບເງິນຈຳນວນ 900.000 ກີບ ໃຫ້ສະຫະພັນກໍາມະບານແຂວງ ເພື່ອປະກອບສ່ວນໃນການປຸກສ້າງເຮືອນໃຫ້ຄອບຄົວອານາຖາ, ຕາງໜ້າກ່າວຮັບໂດຍ ທ່ານ ດໍາລົງ ທັບລາດ ປະທານສະຫະພັນກໍາມະບານແຂວງ.

ໂຄງການປຸກສ້າງເຮືອນໃຫ້ຄອບຄົວອານາຖາໃນທົ່ວແຂວງ ແມ່ນໄດ້ລະດົມການປະກອບສ່ວນຈາກສະມາຊິກກໍາມະບານຜູ້ລະ 15.000 ກີບ, ໃນທົ່ວແຂວງມີ 7 ສະຫະພັນກໍາມະບານເມືອງ, 4 ສະຫະພັນກໍາມະບານພະແນກການ ແລະ 45 ກໍາມະບານຮາກຖານພະແນກ, ເຊິ່ງຈະສາມາດລະດົມທຶນໄດ້ທັງໝົດ 120 ລ້ານກີບ, ໂດຍຈະມອບໃຫ້ 30 ລ້ານກີບຕໍ່ 1 ເມືອງ, ສ່ວນແຮງງານແມ່ນໄດ້ລະດົມການຊ່ວຍເຫຼືອຈາກສະມາຊິກກໍາມະບານ ແລະ ພໍ່ແມ່ປະຊາຊົນ ໃນການປຸກສ້າງ.

ປັດຈຸບັນ ໄດ້ສ້າງເຮືອນໃຫ້ຄອບຄົວອານາຖາສໍາເລັດແລ້ວ 2 ຫຼັງ, ໃນນັ້ນ ຢູ່ເມືອງວຽງທອງ 1 ຫຼັງ ແລະ ປາກຊັນໜຶ່ງຫຼັງ, ກໍາລັງປຸກສ້າງຢູ່ເມືອງບໍລິຄັນ 1 ຫຼັງ ແລະ ເມືອງທ່າພະບາດ 2 ຫຼັງ, ພ້ອມນັ້ນ ຍັງກະກຽມລົງໄປມອບທຶນໃນການປຸກສ້າງຢູ່ເມືອງຄຳເກີດ 1 ຫຼັງ, ເມືອງໄຊຈໍາພອນ 1 ຫຼັງ ແລະ ເມືອງປາກກະດິງ 1 ຫຼັງ, ຄາດວ່າຈະໃຫ້ປຸກສ້າງສໍາເລັດທັງໝົດພາຍໃນປີ 2022.

About admins14