5 ບ້ານ ເມືອງວຽງທອງ ໄດ້ຮັບເງິນກອງທຶນ 4 ຮ້ອຍກ່ວາລ້ານກີບ

ໃນວັນທີ 21 ກໍລະກົດ 2022 ຢູ່ບ້ານຫີນໂງ່ນ ເມືອງວຽງທອງຊ ແຂວງບໍລິຄຳໄຊ ກອງຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າກະດິງ ໂຄງການຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າແບບປະສົມປະສານ, ໄດ້ນໍາເອົາເງິນກອງທຶນພັດທະນາບ້ານ ແລະ ທຶນງົບປະມານອະນຸລັກປ່າໄມ້ ແລະ ສັດປ່າ ມາມອບໃຫ້ 5 ບ້ານເປົ້າໝາຍຂອງເມືອງວຽງທອງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເພັງ ຈັນທະວົງສຸກ ຮອງຫົວໜ້າພະແນກກະສິກໍາ – ປ່າໄມ້ແຂວງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ການຈັດຕັ້ງບ້ານ ແລະ ພໍ່ແມ່ນປະຊາຊົນ ເຂົ້າຮ່ວມ.

ກອງທຶນທີ່ເມືອງວຽງທອງໄດ້ຮັບ ມີມູນຄ່າທັງໝົດ 417.376.000 ກີບ, ມີບ້ານທີ່ໄດ້ຮັບ ຄື: ບ້ານ ນາວັງໄຄ້, ບ້ານ ນໍ້າກ້າງ, ບ້ານ ນາຊວງ, ບ້ານ ຫີນໂງ່ນ ແລະ ບ້ານ ນາດີ, ໃນນັ້ນ ກອງທຶນພັດທະນາບ້ານ 339.376.000 ກີບ, ທຶນງົບປະມານຮັບໃຊ້ເຂົ້າໃນການປະຕິບັດກິດຈະກໍາການອະນຸລັກປ່າໄມ້ ແລະ ສັດປ່າ ຈໍານວນ 78.000.000 ກີບ, ສໍາລັບບ້ານຫີນໂງ່ນ ແມ່ນໄດ້ຮັບທຶນພັດທະນາບ້ານ 87.989.000 ກີບ ແລະ ງົບປະມານ ທີ່ນໍາໃຊ້ເຂົ້າໃນການປະຕິບັດກິດຈະກໍາອະນຸລັກ ຈໍານວນ 17.600.000 ກີບ.

ຈຸດປະສົງ ກໍ່ເພື່ອເປັນການປົກປັກຮັກສາປ່າໄມ້, ສັດນໍ້າສັດປ່າໃນເຂດປ່າສະຫງວນແຫ່ງຊາດນໍ້າກະດິງ ໃຫ້ມີການພັດທະນາທາງດ້ານສີວະນາໆພັນໃຫ້ມີຄວາມຍືນຍົງ ແລະ ເພື່ອເປັນການສົ່ງເສີມການປູກຝັງ – ລ້ຽງສັດ, ພັດທະນາບ້ານເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ຕາມທິດທາງແຜນການຂອງລັດຖະບານວາງອອກ.

About admins14