ສຶກສາອົບຮົມ ບຸກຄົນທີ່ສະແດງຄວາມຄິດເຫັນ ໃນສື່ອອນລາຍໄປທາງທີ່ບໍ່ດີ

ໃນວັນທີ 21 ກໍລະກົດ 2022 ຜ່ານມາທີ່ ຫ້ອງການ ປກສ ກຸ່ມເຂດນາຊວງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີການສຶກສາອົບຮົມຜູ້ທີ່ສະແດງຄວາມຄິດເຫັນ ໃນ Facebook ໄປໃນທາງທີ່ບໍ່ດີຂັດຕໍ່ແນວທາງ ແລະ ຜິດຕໍ່ກົດໝາຍ ວ່າດ້ວຍການຄອງສື່ອອນລາຍ ໃນວັນທີ 20 ກໍລະກົດ 2022 ໄດ້ມີຜູ້ໃຊ້ເຟດບຸນຊື້ວ່າ: ມິວ ສິດ , ເປັນພາສາໄທ ແຕ່ຊື້ແທ້ແມ່ນ ທ້າວ ໄມລ້ານ ອາຍຸ 30 ປີ ປະຊາຊົນ ຢູ່ບ້ານ ນາວັງໄຄ ໄດ້ສະແດງຄວາມຄິດເຫັນຕໍ່ແຈ້ງການ ຂອງໂຮງໝໍສູນກາງ 103 ກອງທັບ ທີ່ມີເນື້ອໃນທີ່ວ່າ ຫ້າມເອົາເງີນໃຫ້ແພດໝໍໃນທຸກກໍລະນີໃສ່ຊອງຜ່າຕັດ, ຫ້າມຈ່າຍເງີນຕ່າງໆເພີ່ມທີ່ບໍມີບີນຂອງໂຮງໝໍທີ່ຖືກຕ້ອງ ເຊັ່ນ: ໃບອອກໂຮງໝໍ,ໃບວິເຄາະ,ໃບລັງສີ,ໃບລ້າງບາດ ແລະ ອື່ນໆ ແລ້ວຜູ້ກ່ຽວໄດ້ສະແດງຄວາມຄິດເຫັນໄປໃນທາງທີ່ຜິດ ແລະ ແຕະຕ້ອງເຖີ່ງອົງກອນຂອງລັດ ຄືໂຮງໝໍເມືອງວຽງທອງ ໃນເນືອໃນການສະແດງຄວາມເຫັນຂຽນວ່າ: ໂຮງໝໍເມືອງວຽງທອງ ເປັນແບບຢ່າງ ຖ້າກິນແຕ່ເງີນຢ່າງດຽວເວົ້າມາລະເບື່ອເລີຍ ດັ່ງນັ້ນທາງ ປກສ ກຸ່ມເຂດນາຊວງ ແລະ ທາງໂຮງໝໍເມືອງ ຈີ່ງໄດ້ເອີ້ນຜູ້ກ່ຽວມາຂຽນບົດບັນທຶກ, ຮັບສະລະພາບ ແລະ ສຶກສາອົບຮົມ ພ້ອມທັງຂໍໂທດຕໍ່ສັງຄົມໃນການສະແດງຄວາມຄິດເຫັນ, ພ້ອມທັງໃຫ້ລົບຄໍາຄິດເຫັນດັ່ງກ່າວ ຕໍສະພາບການດັ່ງກ່າວນີ້ ປກສ ກຸ່ມນາຊວງ ຍັງໄດ້ຮຽກຮ້ອງມາຍັງສັງຄົມ ໃນການຊົມໃຊ້ສື່ອອນລາຍໃຫ້ມີສະຕິ, ບໍລິໂພກຂ່າວໄປທາງສ້າງສັນລີກລ້ຽງການໃສ່ຮ້າຍປ້າຍສີຕໍ່ການຈັດຕັ້ງ, ສັງຄົມ, ບຸກຄົນ ອັນເປັນຜົນກະທົບ ແລະ ເຊື່ອມເສຍໄປທາງທີ່ບໍ່ດີ.

About admins14