ປາກກະດິງ ທຳລາຍສິນຄ້າເສື່ອມຄຸນນະພາບ 50 ກ່ວາລາຍການ

ໃນຕອນເຊົ້າວັນທີ 15 ຕຸລາ 2020 ຢູ່ຫ້ອງການສາທາລະນະສຸກເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີທຳລາຍສິນຄ້າເສື່ອມຄຸນນະພາບ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ທ່ານ ດຣ ຂັນທອງ ວົງໂກສີ ຮັກສາການຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ເຂົ້າຮ່ວມ.

ຜ່ານມາຫ້ອງການສາທາລະນະສຸກ, ອຸດສາຫະກຳ ແລະ ການຄ້າ, ກະສິກຳ ແລະ ປ່າໄມ້,  ປກສ, ເຕັກໂນໂລຊີ, ຖວທ, ການເງິນ ແລະ ຫ້ອງການແຜນການ ແລະ ການລົງທຶນ ໄດ້ລົງຕິດຕາມ-ກວດກາ ບັນດາຮ້ານຂາຍເຄື່ອງທີ່ີເປັນເປົ້າໝາຍ ຢູ່ພາຍໃນເມືອງ ເພື່ອກວດກາຄຸນນະພາບອາຫານສຳເລັດຮູບ, ຮັບປະກັນໃຫ້ຜູ້ບໍລິໂພກມີຄວາມປອດໄພ, ການຈັດຕັ້ງປະຕິບັດປະຈຳໄຕມາດ III ໄດ້ເຄື່ອນໄຫວໃນລະຫວ່າງວັນທີ 14 ຫາ 23 ກັນຍາ 2020 ຜ່ານມາ ໂດຍໄດ້ກວດຮ້ານຂາຍເຄື່ອງຍ່ອຍ ແລະ ຂາຍເຄື່ອງສົ່ງ 180 ຮ້ານ ພົບອາຫານໝົດອາຍຸ-ເສື່ອມຄຸນນະພາບຢູ່ 94 ຮ້ານ, ມີ 50 ລາຍການ, ເຄື່ອງບໍລິໂພກເສື່ອມຄຸນທີ່ກວດພົບ ສ່ວນຫລາຍແມ່ນ ເຂົ້າໜົມ, ເຄື່ອງດື່ມ, ນ້ຳອັດລົມ, ໝີ່ສຳເລັດຮູບ, ເຄື່ອງປຸງແຕ່ງອາຫານໃນຄົວເຮືອນ ແລະ ເຄື່ອງສຳອາງຈຳນວນໜຶ່ງ.

ນອກນີ້ ຍັງພົບຢາປົວພະຍາດທີ່ວາງຂາຍຕາມຮ້ານຂາຍເຄື່ອງຍ່ອຍ ທີ່ບໍ່ແມ່ນຮ້ານຂາຍຢາ ຈຳວນ 3 ຮ້ານ, ມີ 18 ລາຍການ ລວມມູນຄ່າທັງໝົດ 23.497.500ກີບ. ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຂັ້ນເມືອງປາກກະດີງ ຈຶ່ງໄດ້ອາຍັດໄວ້ ແລະ ມາຮອດຕອນເຊົ້າວັນທີ 15 ຕຸລາ 2020 ຈຶ່ງໄດ້ຈັດພິທີທຳລາຍຢ່າງເປັນທາງການ ດ້ວຍການຈູດຖີ້ມ.

About admins16