ແຫຼ່ງທ່ອງທ່ຽວ “ຫາດຊາຍຂາວບ້ານໂດນ” ຈະເປີດບໍລິການໃນມໍ່ໆນີ້

ຕອນບ່າຍວັນທີ 14 ກຸມພາ 2023 ທ່ານໂພຄໍາ ຈັນທະສຸກ ຮອງເຈົ້າເມືອງປາກຊັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວ ຊຸກຍູ້ ຕິດຕາມ ການພັດທະນາຫາດຊາຍຂາວບ້ານໂດນ ເມືອງປາກຊັນ ເພື່ອພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມສວຍງາມ ສາມາດຮອງຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ພາຍຫຼັງນັກທຸລະກິດ ໄດ້ນຳສະເໜີຈຸດປະສົງ ເພື່ອພັດທະນາແຫລ່ງທ່ອງທ່ຽວທຳມະຊາດ ຫາດຊາຍຂາວບ້ານໂດນ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທຳມະຊາດ ຕິດພັນກັບວັດທະນະທຳ, ທັງເປັນການຟື້ນຟູການທ່ອງທ່ຽວໃຫ້ມີບັນຍາກາດຟົດຟື້ນ, ມາຮອດປະຈຸບັນ ຫາດຊາຍຂາວບ້ານໂດນ ກໍ່ໄດ້ມີຜູ້ປະກອບການໃຫ້ຄວາມສົນໃຈ ລົງມືພັດທະນາ ໂດຍແມ່ນ ທ່ານ ແດງ ຂັນທະວົງໄຊ ບໍລິສັດ ບໍລິຄຳໄຊ ລາຊີຕ້າ ຈຳກັດຜູ້ດຽວ ໂດຍມີການຈັດຕັ້ງຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານ ໄດ້ໃຫ້ຄວາມສຳຄັນ ໃນການຊຸກຍູ້, ຕິດຕາມ ແລະ ໃຫ້ທິດຊີ້ນຳ ຢ່າງໃກ້ຊິດ.

ມາຮອດປະຈຸບັນ ກໍ່ໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ໂດຍໄດ້ປັບປຸງພື້ນຖານໂຄງລ່າງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງສິ່ງອຳນວຍຄວາມສະດວກຕ່າງໆໃຫ້ມີຄວາມພ້ອມ ແລະ ມີຄວາມສວຍງາມ ຄາດວ່າຈະເລີ່ມເປີດບໍລິການ ຮອງຮັບນັກທ່ອງທ່ຽວໃນຕົ້ນເດືອນມີນາ 2023 ນີ້.

About admins14