ການຮ່ວມມືແບບພິເສດຮອບດ້ານ ລາວ-ຫວຽດນາມ ໃນຂະແໜງການສຶກສາ ໄດ້ມີຫຼາຍໂຄງການເກີດເປັນຮູບປະທຳ

ໄລຍະຜ່ານມາແຂວງບໍລິຄໍາໄຊ ແລະ ບັນດາແຂວງ ສສ ຫວຽດນາມ ໄດ້ສຸມໃສ່ຮ່ວມມືແບບພິເສດ ໃນການພັດທະນາຊັບພະກອນມະນຸດ ແລະ ຄຸນນະພາບຂອງການສຶກສາໃຫ້ກ້າວສູລະດັບສູງ ດັ່ງ: ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດ ໃນວັນທີ 20 ກໍລະກົດ 2022 ນີ້ວ່າ:.

ແຕ່ປີ 2017-2022 ແຂວງບໍລິຄຳໄຊ ໄດ້ສົ່ງນັກຮຽນ ແລະ ພະນັກງານ ໄປຮຽນຕໍ່ວິຊາຊີບ ແລະ ຍົກລະດັບວິຊາສະເພາະຢູ່ 6 ແຂວງ ຂອງ ສສ ຫວຽດນາມ ຄື: ແຂວງຮາຕີ່ງ, ຖາຍຫງຽນ, ເລີ້ມດົງ, ເຫງະອານ, ດານັງ ແລະ ຮາຍຟອງ ຈຳນວນ 703 ຄົນ, ຍິງ 321 ຄົນ, ແຂວງບໍລິຄໍາໄຊ ໄດ້ປະຕິບັດຕາມບົດບັນທຶກສັນຍາຊ່ວຍຈໍາ ລະຫວ່າງແຂວງ ບໍລິຄຳໄຊ – ຮາຕິ່ງ ໂດຍໄດ້ຮັບເອົາພະນັກງານຂອງ ສສ ຫວຽດນາມ ມາຍົກລະດັບພາສາລາວ ຢູ່ມະຫາວິທະຍາໄລແຫ່ງຊາດ ຂອງ ສປປ ລາວ ໃນໄລຍະ 5 ປີຜ່ານມາ ຈໍານວນ 12 ທ່ານ.

ແຂວງບໍລິຄໍາໄຊ ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ຈຳນວນ 7 ໂຄງການ ແລະ ຈາກເລຂາທິການໃຫຍ່ພັກກອມມູນິດຫວຽດນາມ 1 ໂຄງການ ຄື: ສົກປີ 2012-2013 ໄດ້ຮັບທຶນກໍ່ສ້າງອາຄານຮຽນ ມັດທະຍົມສົມບູນຊົນເຜົ່າ ເມືອງຄໍາເກີດ ມູນຄ່າ 2 ຕື້ດົ່ງ, ມສ ສີທ່ານາໄຊ ເມືອງປາກຊັນ 1,2 ຕື້ດົ່ງ ແລະ ມສ ສົມມຸງຄຸນ ເມືອງບໍລິຄັນ 1 ຕື້ດົ່ງ, ສົກປີ 2014-2015 ໄດ້ຮັບທຶນກໍ່ສ້າງອາຄານຮຽນ ມສ ຊົນເຜົ່າ ເມືອງຄໍາເກີດ 6 ຕື້ດົ່ງ, ສົກປີ 2015-2016 ໃຫ້ທຶນສ້າງອາຄານຮຽນ ໂຮງຮຽນອະນຸບານເອກະພາບ ເມືອງປາກຊັນ ມູນຄ່າ 1,5 ຕື້ດົ່ງ, ປີ 2018 ມສ ສີທ່ານາໄຊ ເມືອງປາຊັນ ໄດ້ຮັບທຶນຊ່ວຍເຫຼືອຈາກເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເປັນອາຄານຮຽນ 4 ຊັ້ນ ມູນຄ່າ 30 ຕື້ດົ່ງ, ແຂວງຮາຕີ່ງ ໃຫ້ທຶນກໍ່ສ້າງຫໍສະໝຸດຂອງແຂວງ ມູນຄ່າ 3 ຕື້ດົງ ແລະ ກໍ່ສ້າງເສັ້ນທາງເບຕົງ 2 ຕື້ດົ່ງ.

ສໍາລັບແຜນການຮ່ວມມືໃນຕໍ່ໜ້າ ແມນຈະສືບຕໍ່ເສີມຂະຫຍາຍສາຍພົວພັນພິເສດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍ່ຄືແຂວງຮຽກສຽວ ບໍລິຄໍາໄຊ-ຮາຕີ່ງ ແລະ ຮາຕີ່ງ-ບໍລິຄໍາໄຊ ໃຫ້ແໜ້ນແຟ້ນຍືນຍົງຍິ່ງໆຂື້ນ, ສືບຕໍ່ປະສານຮ່ວມມືໃນການພັດທະນາຊັບພະຍາກອນມະນຸດ, ແລກປ່ຽນດ້ານວິຊາການຮ່ວມກັນ ໂດຍການນຳສົ່ງນັກສຶກສາ ແລະ ພະນັກງານແຂວງບໍລິຄຳໄຊ ໄປສຶກສາ ແລະ ຍົກລະດັບວິຊາສະເພາະ ຢູ່ສະຖາບັນການສຶກສາແຫ່ງຕ່າງໆຂອງ ສສ ຫວຽດນາມ, ພ້ອມທັງສືບຕໍ່ຮັບເອົາພະນັກງານ ແລະ ນັກສຶກສາ ສສ ຫວຽດນາມ ມາຮຽນຢູ່ມະຫາວິທະຍາໄລ ແຫ່ງຊາດ ສປປ ລາວ ໃຫ້ນັບມື້ຫຼາຍ, ສືບຕໍ່ປະສານຂໍຄວາມຮ່ວມມື ໃນການຊ່ວຍເຫຼືອດ້ານການພັດທະນາພື້ນຖານໂຄງລ່າງຂອງຂະແໜງການສຶກສາ ແລະ ກິລາ ພາຍໃນແຂວງບໍລິຄຳໄຊ ແລະ ປົກປັກຮັກສາ ແລະ ນຳໃຊ້ອາຄານຮຽນທີ່ໄດ້ຮັບການຊ່ວຍເຫຼືອຈາກ ສສ ຫວຽດນາມ ເຂົ້າໃນການຈັດການຮຽນ-ການສອນ ໃຫ້ເກີດປະໂຫຍດສູງສຸດ.ຂ່າວ-ພາບ: ສີປະເສີດ

About admins14