ແຂວງບໍລິຄຳໄຊ ຢ້ຽມຢາມ, ສຶກສາດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

ໃນວັນທີ 19 ກໍລະກົດ 2022 ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້້າແຂວງ ແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານເສດຖະກິດ ພ້ອມດ້ວຍພະແນກການທີ່ກ້ຽວຂ້ອງຂອງແຂວງ ຢ້ຽມຢາມ – ສຶກສາດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກພາກ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ສີລາ ວຽງແກ້ວ, ຮອງປະທານກໍາມະການບໍລິຫານການຄ້າ ແລະ ລະບຽບການບໍລິສັດພີທີແອວໂຮນດີ້ງຈຳກັດ ພ້ອມດ້ວຄະນະບໍລິຫານດຂອງບໍລິສັດ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຄວາມເປັນມາ ແລະ ຄວາມຄືບໜ້າຂອງໂຄງການ ເຊີ່ງກ່ຽວພັນກັບ 4 ໂຄງການໃຫຍ່ ຄື: 1. ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, 2. ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ, 3. ເສັ້ນທາງລົດໄຟ ລາວ – ຫວຽດນາມ ແລະ 4. ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000 MV ທີ່ແຂວງຄຳມ່ວນ.

ໂຄງການພັດທະນາ ທ່າບົກທ່ານາແລ້ງ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນປ່ຽນປະເທດລາວຈາກແລນລອັກ ( Land Lock ) ສູ່ປະເທດ ແລນລີ້ງ ( Land Link ) ໃຫ້ເປັນສູນກາງແຫ່ງການເຊື່ອມໂຍງ, ເຊື່ອມຈອດອານຸພາກພື້ນ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຂອງໂຄງການຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງອາຊຽນ ໄປ ສປ ຈີນ ແລະ ສປ ຈີນ ໄປສູ່ ເອີຮົບ ໂດຍນໍາໃຊ້ໂຄງການເສັ້ນທາງລົດໄຟ ລາວ – ຈີນ.

ໂອກາດນີ້ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຍົກໃຫ້ເຫັນ ຈຸດພິເສດທີ່ຕັ້ງ, ທ່າແຮງທາງດ້ານເສດຖະກິດ – ສັງຄົມຂອງແຂວງ ບໍລິຄຳໄຊ ໃນການຈະພັດທະນາ ເຂດໂລຊິດສະຕິກ ສົ້ນຂົວນໍ້າຂອງແຫ່ງທີ 5 ລາວ – ໄທ ລະຫວ່າງແຂວງ ບໍລິຄຳໄຊ ແລະ ແຂວງ ບຶງການ ຄາດວ່າໂຄງການກໍ່ສ້າງຂົວແຫ່ງດັ່ງກ່າວຈະສຳເລັດ ແລະ ເປີດນຳໃຊໃນທ້າຍປີ 2023.

ພ້ອມນັ້ນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ຜູ້ປະກອບການດ້ານທຸລະກິດ ມາລົງທຶນພັດທະນາເຂດໂລຊິດສະຕິກຢູ່ແຂວງ ບໍລິຄຳໄຊ ເພື່ອເປັນການຊຸກຍູ້ ວິໃສທັດຂອງແຂວງ ບໍລິຄຳໄຊ ທີ່ວາງໄວ້ ຄື: ສ້າງແຂວງ ບໍລິຄຳໄຊ ເປັນປະຕູເສດຖະກິດ ແຫຼ່ງຜະລິດພະລັງງານ ສູນກາງບໍລິການທາງຜ່ານ ແລະ ຄູ້ມຄອງສິ່ງແວດລ້ອມແບບຍືນຍົງ, ໃນນັ້ນ ໄດ້ຖືເອົາ: ການພັດທະນາເສດຖະກິດ ເປັນໃຈກາງ, ການພັດທະນາວັດທະນາທຳ – ສັງຄົມ ເປັນສຳຄັນ, ການພັດທະນາຊັບພະຍາກອນມະນຸດ ເປັນຂອດກຸນແຈ, ການປົກປັກຮັກສາສິ່ງແວດລ້ອມ ເປັນວຽກທີ່ຈຳເປັນ.

About admins16