ຊາວໜຸ່ມແຂວງບໍລິຄຳໄຊ ສືບຕໍ່ຮັດແໜ້ນຄວາມສາມັກຄີແບບພິເສດ ກັບບັນດາແຂວງ ສສ ຫວຽດນາມ

ເພື່ອເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ລາວ – ຫວຽດນາມ, ຫວຽດນາມ- ລາວ ໃຫ້ໝັ້ນຄົງທະນົງແກ່ນ ແລະ ຈະເລີນງອກງາມຂື້ນເປັນກ້າວໆນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ກໍ່ແມ່ນອົງການຈັດຕັ້ງໜື່ງ ທີ່ມີສາຍພົວພັນຢ່າງສະນິດແໜ້ນ ກັບຄະນບໍລິຫານງານຊາວໝຸ່ມໂຮ່ຈີ່ມີ່ນ ຂອງແຂວງ ສສ ຫວຽດນາມ ໄດ້ມີການພົວພັນຮ່ວມມື, ເຮັດວຽກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຫຼາຍດ້ານ ດັ່ງທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດວ່າ: ຕະຫຼອດໄລຍະຜ່ານມາ ຄະນະຊາວໜຸ່ມແຂວງບໍລິຄຳໄຊ ກໍ່ໄດ້ມີການພົວພັນແລກປ່ຽນ ກັບ ຊາວໜຸ່ມໂຮຈີມິນ ແຂວງຮ່າຕິ່ງ ເຊິ່ງເປັນແຂວງແຮກສ່ຽວ ແລະ ແຂວງເຫງະອ່ານ ສສ ຫວຽດນາມ, ໄດ້ຈັດກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນຮ່ວມກັນໃນແຕ່ລະປີ ໂດຍພັດປ່ຽນກັນເປັນເຈົ້າພາບ ໄດ້ 4 ຄັ້ງ ຊວງການແຜ່ລະບາດຂອງພະຍາດໂຄວິດ 19 ແມ່ນໄດ້ຈັດກອງປະຊຸມແບບທາງໄກ 4 ແຂວງ: ລິຄຳໄຊ, ຊຽງຂວາງ, ຫົວພັນ ແລະ ເຫງະອານ ສສ ຫວຽດນາມ 1 ຄັ້ງ, ພ້ອມກັນນັ້ນໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນຊາວໜຸ່ມ ແຂວງຮ່າຕິ່ງ ແລະ ແຂວງເຫງະອ່ານ ສສ ຫວຽດນາມ, ໄດ້ຈັດກິດຈະກຳຊ່ວຍເຫລືອເຊິ່ງກັນ ແລະ ກັນຕາມເງື່ອນໄຂທ່າແຮງຂອງຕົນເປັນຕົ້ນ ຄະນະຊາວໜຸ່ມແຂວງບໍລິຄຳໄຊ ໄດ້ລະດົມວັດຖຸປັດໃຈໄປຊ່ວຍປະຊາຊົນ ເມືອງເຮືອງເຄ ແຂວງຮ່າຕິ່ງ ທີ່ຖືກຜົນກະທົບໄພນໍ້າຖ້ວມມູນຄ່າ 38 ລ້ານກີບ, ໄດ້ຮັບການຊ່ວຍເຫຼືອກວດພະຍາດແຈກຢາຍຢາໂດຍບໍ່ເສຍຄ່າ ແລະ ມອບເບ້ຍໝາກກ້ຽງໃຫຍ່ 2 ຄັ້ງ ມູນຄ່າ 102 ລ້ານດົ່ງ, ຮັບອາສາສະໝັກມາສອນພາສາຫວຽດນາມ ໃນໄລຍະພັກແລ້ງ ແລະ ສ້ອມແປງໄຟຟ້າຄົວເຮືອນໃຫ້ປະຊາຊົນ ຈຳນວນ 18 ສະຫາຍ, ໄດ້ເປັນເຈົ້າການສ້າງຂະບວນການຮອບດ້ານ ປະກອບສ່ວນກະກຽມສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ໃຫ້ເປັນຂະບວນຟົດຟື້ນທົ່ວປວງຊົນ

ການພົວພັນມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແຕ່ກ່ອນຈົນເຖິງປະຈຸບັນ ແມ່ນການພົວພັນທີ່ມີຄວາມດູດດື່ມເລິກເຊິ່ງແໜ້ນແຟ້ນ, ໝັ້ນຄົງ ແລະ ມີຊີວິດຊີວາ ທີ່ເຕັມໄປດ້ວຍຄວາມເຫຼື່ອມໃສ ຫາສາຍພົວພັນໃດໃນໂລກນີ້ປຽບທຽບໄດ້ຍາກ ເຊິ່ງເປັນການພົວພັນທີ່ໄດ້ຮັບການສະໜັບສະໜູນ ແລະ ເປັນເຈົ້າການປະກອບສ່ວນຂອງທຸກພາກສ່ວນໃນສັງຄົມ ນັບແຕ່ການຈັດຕັ້ງພັກ-ລັດ ຕະຫລອດຮອດພໍ່ແມ່ປະຊາຊົນຂອງ 2 ປະເທດອ້າຍນ້ອງພວກເຮົາ, ສືບທອດຈາກຄົນຮຸ່ນນີ້ໄປສູ່ຄົນຮຸ່ນຕໍ່ໆໄປ ກາຍເປັນຄວາມຕື່ນຕົວ, ຄວາມສະໝັກໃຈ ແລະ ກາຍເປັນກຳລັງແຮງອັນມະຫາສານ ປະກອບສ່ວນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມກັນກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ

ໃນນາມຕາງໜ້າໃກ້ແກ່ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ຂໍຮຽກຮ້ອງມາຍັງຊາວໜຸ່ມ, ເຍົາວະຊົນ-ອະນຸຊົນ ໃນທົ່ວແຂວງ ຈົ່ງໄດ້ເຊີດຊູ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ແລະ ຂຽວສົດງົດງາມຕະຫຼອດໄປ.

About admins14