ການຫຼີ້ນບຸນປີໃໝ່ລາວປີນີ້ ຢູ່ບໍລິຄຳໄຊ ມີຜູ້ເສຍຊີວິດ 4 ຄົນ

ໄລຍະບຸນປີໃໝ່ລາວ ພ.ສ 2564 ມີອຸປະຕິເຫດເກີດຂຶ້ນທັງໝົດ 17 ເລື່ອງ ທ່ານ ພັຕ ພັດສອນ ສີສົມບັດ ຮອງພະແນກຈະລາຈອນແຂວງປກສ ແຂວງ ບໍລິຄຳໄຊ ໄດ້ໃຫ້ສຳພາດວ່າ:  ກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ ກໍ່ຄືພະແນກຈະລາຈອນ ໄດ້ສູມໃສ່ເຮັດວຽກງານໂຄສະນາ ເຊິ່ງໄດ້ລົງໂຄສະນາແບບເຄື່ອນທີ່ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ, ກ່ຽວກັບການປະຕິບັດກົດລະບຽບຈະລາຈອນ ໄດ້ແບ່ງຈຸປະຈຳການແຕ່ລະແຍກ ໂດຍສະເພາະ 3 ແຍກ 4 ແຍກ ຫຼື ບ່ອນທີ່ສັບສົນ, ມີການຕັ້ງຈຸດກວດກາ ເພື່ອຕິດຕາມສະພາບ ແລະ ກ່າວເຕືອນຜູ້ລະເມີດ ແລະ ອື່ນໆ.

 ເລີ່ມແຕ່ວັນທີ 11-17 ເມສາ 2021 ມີປະຕິເຫດເກີດຂຶ້ນທັງໝົດ 17 ເລື່ອງ, ມີຜູ້ໄດ້ຮັບເຄາະຮ້າຍ 26 ຄົນ ໃນນັ້ນບາດເຈັບເລັກນ້ອຍ 11 ຄົນ, ສົມຄວນ 7 ຄົນ, ບາດເຈັບສາຫັດ 4 ແລະ ເສຍຊີວິດ 4 ຄົນ, ພາຫະນະເປ່ເພ 23 ຄັນ, ສາເຫດທີ່ພາໃຫ້ເກີດອຸປະຕິເຫດ ແມ່ນຍ້ອນຜູ້ຂັບຂີ່ບໍ່ປະຕິບັດຕາມກົດຈາລະຈອນ ເປັນຕົ້ນໃຊ້ຄວາມໄວສູງ, ບໍ່ປ່ອຍສິດ, ແຊງບໍ່ຮັບປະກັນ ແລະ ອື່ນໆ

ພັຕ ພັດສອນ ສີສົມບັດ ຢ້ຳຕື່ມອີກວ່າ: ຖ້າທຽບໃສ່ປີ 2020 ໃນໄລຍະບຸນປີໃໝ່ລາວ ແຂວງບໍລິຄຳໄຊ ບັນຍາກາດການຫຼິ້ນບູນແມ່ນບໍ່ມີບັນຍາກາດຄຶກຄື້ນປານໃດ ແຕ່ເຫັນວ່າການເກີດອຸບັດຕິເຫດມີລັກສະນະເພີ່ມຂຶ້ນ, ດັ່ງນັ້ນ ຈື່ງຮຽກຮ້ອງມາຍັງຜູ້ໃຊ້ລົດ-ໃຊ້ຖະໜົນ ຈົ່ງມີສະຕິສູງໃນການສັນຈອນໄປ-ມາ ປະຕິບັດກົດລະບຽບຂອງຈາລະຈອນຢ່າງເຂັ້ມງວດ ເພື່ອຫຼີກລ້ຽງຈາກການເກີດອຸປະຕິເຫດ ທີ່ອາດເຮັດໃຫ້ມີການສູນເສຍຊີວິດ ຫຼື ຊັບສິນໄດ້.

About admins14