ບັນຍາກາດມື້ສຸດທ້າຍ ຂອງການຫຼີ້ນບຸນຕຸດສົງການປີໃໝ່ລາວ 2564

       ໃນວັນທີ 16 ເມສາ 2021 ເປັນມື້ສຸດທ້າຍຂອງບຸນຕຸດສົງການປີໃໝ່ລາວ 2564 ໄດ້ໝູນວຽນມາຮອດອີກຄັ້ງໜື່ງ ເຖິງປີນີ້ຈະຖືກຜົນກະທົບຈາກ ໂຄວິດ-19 ແຕ່ບັນຍາກາດຂອງກິດຈະກຳທາງສາສະໜາ ແລະ ວັດທະນະທຳ ຂອງພໍ່ແມ່ປະຊາຊົນ ກໍ່ຍັງຮັກສາໄດ້ຄືກັບທຸກໆປີ.

        ບຸນຕຸດສົງການປີນີ້ ຢູ່ບັນດາບ້ານພາຍໃນແຂວງບໍລິຄຳໄຊ ອອກຕົນຍາດໂຍມທັງຫຼາຍຈະໄດ້ເຂົ້າມາເຕົ້າໂຮມຢູ່ວັດ ເພື່ອເຮັດພິທີອັງເຊີນພຣະພຸດທະຮູບລົງຫົດສົງ ຕາມຮີດຄອງປະເພນີ. ການສົງພຣະນີ້ ກໍ່ແມ່ນເພື່ອເປັນສິລິມົງຄຸນແກ່ຕົວເອງ ແລະ ຄອບຄົວ, ນອກນັ້ນ ຍັງເປັນການຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ທີ່ບັນພະບູລຸດຂອງເຮົາໄດ້ປະຕິບັດມາແຕ່ບູຮານນະການ ໄວ້ໃຫ້ຄົງຢູ່ກັບຊາດລາວຕະຫຼອດໄປ.

      ລູກຫຼານທີ່ເກີດໃໝ່ໃຫຍ່ລຸນ ກໍ່ໄດ້ຮັກສາຮີດຄອງປະເພນີອັນດີງາມນີ້ໄວ້ ການເຂົ້າວັດສົງພຣະກໍ່ຕ້ອງແຕ່ງກາຍໃຫ້ເປັນລະບຽບຮຽບຮ້ອຍ ຜູ້ຍິງກໍ່ຄວນນຸ່ງສິ້ນ ແລະ ເສື້ອທີ່ມິດຊິດບໍ່ໃຫ້ບາງຈົນເກີນໄປ, ການຫຼິ້ນນ້ຳກໍ່ຕ້ອງໃຊ້ນ້ຳທີ່ສະອາດ ບໍ່ຄວນໃຊ້ນ້ຳສີ ຫຼື ໃຊ້ຖົງຢາງດຶກແກ່ງໃສ່ກັນ.

         ການຫຼິ້ນນ້ຳປີນີ້ ເຫັນວ່າທຸກຄົນມີຄວາມລະມັດລະວັງ ເປັນລະບຽບຮຽບຮ້ອຍ ຖືກຕາມຮີດຄອງປະເພນີ, ຖືກລະບຽບທີ່ວາງອອກ ແລະ ປະຕິບັດຕາມມາດຕະການປ້ອງກັນພະຍາດ ໂຄວິດ-19.

About admins16