ເຈົ້າແຂວງ ບໍລິຄຳໄຊ ລົງຕິດຕາມການເຝົ້າລະວັງການແຜ່ລະບາດຂອງພະຍາດ ໂຄວິດ 19 ຢູ່ເມືອງບໍລິຄັນ

ໃນຕອນເຊົ້າຂອງວັນທີ 17 ເມສາ 2021 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ຂັ້ນແຂວງ ໄດ້ລົງຕິດຕາມ, ກວດກາ ຜູ້ຕິດເຊື້ອໂຄວິດ 19 ຢູ່ສູນກັກກັນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໂດຍມີ ທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງບໍລິຄັນ ພ້ອມດ້ວຍຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວີດ 19 ຂັ້ນເມືອງ ຮ່ວມພາທາງ.

ຈຳນວນຜູ້ທີ່ຕິດເຊື້ອໂຄວິດ 19 ຢູ່ເມືອງ ບໍລິຄັນ ມີຈຳນວນ 1 ຄົນ ເພດຍິງ ຊື່ ນາງນ້ອຍ ຈັນທະວົງ ອາຍຸ 25 ປີ ອາຊີບປະຊາຊົນ ຢູ່ບ້ານ ໂພນມຸງຄຸນ, ນາງ ນ້ອຍ ຈັນທະວົງ ແມ່ນໄດ້ໄປອອກແຮງງານ ຢູ່ປະເທດໄທ ໄດ້ກັບຄືນພູມລຳເນົາ ໂດຍບໍ່ຖືກຕ້ອງ ຂ້າມເຂົ້າມາເມືອງປາກກະດິງ ມາຮອດເມືອງບໍລິຄັນ ປະມານ 9 ໂມງ ໃນວັນທີ 14 ເມສາ 2021 ຜູ້ປົກຄອງຜູ້ກ່ຽວໄດ້ປະສານກັບຄະນະສະເພາະກິດຂັ້ນເມືອງ ແລ້ວນຳຜູ້ກ່ຽວໄປເຂົ້າສູນກັນກັນແຍກປ່ຽວ ເພື່ອຕິດຕາມອາການ, ວັນທີ 15 ເມສາ 2021 ຄະນະສະເພາະກິດຂັ້ນເມືອງໄດ້ເກັບຕົວຢ່າງໄປກວດ, ມາໃນວັນທີ 16 ເມສາ 2021 ຜົນກວດຢັ້ງຢືນຈາກກະຊວງສາທາລະນະສຸກຜູ້ກ່ຽວເປັນບວກ ຄືຜູ້ກ່ຽວຕິດເຊື້ອພະຍາດໂຄວິດ 19.

ປະຈຸບັນຜູ້ກ່ຽວໄດ້ເຂົ້າຮັບປີ່ນປົວຢູ່ສູນປີ່ນປົວຂອງແຂວງ ຫຼັກ 6 ເມືອງ ປາກຊັນ ປະຈຸບັນຜູ້ກ່ຽວໄດ້ຮັບການປິ່ນປົວ, ຕິດຕາມອາການ ເປັນປົກກະຕິຈາກແພດ, ໝໍ ຜູ້ກ່ຽວຍັງມີສຸຂະພາບແຂງແຮງ ສາມາດກິນອາຫານ ແລະ ຢາ ໄດ້ເປັນປົກກະຕິ. ສຳລັບຈຳນວນ 13 ຄົນ ທີ່ຢູ່ໃນກູ່ມສ່ຽງ ທີ່ໄດ້ພົວພັນກັບພໍ່ຂອງຜູ້ກ່ຽວ ປະຈຸບັນແມ່ນໄດ້ເຂົ້າແຍກປ່ຽວຢູ່ສູນກັກກັນເມືອງບໍລິຄັນ ເພື່ອຕິດຕາມອາການ. ຕໍ່ກັບເຫດການດັ່ງກ່າວນັ້ນ ທ່ານ ເຈົ້າແຂວງບໍລິຄຳໄຊ ໄດ້ເນັ້ນໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ຂັ້ນແຂວງ, ຂັ້ນເມືອງ ຈົ່ງໄດ້ ເພີ່ມທະວີເອົາໃຈໃສ່ປະຕິບັດຄຳແນະນຳຄະນະສະເພາະກິດຂັ້ນສູນກາງ, ຄຳແນະນຳະເພາະກິດຂັ້ນແຂວງ ວ່າດ້ວຍເພີ່ມທະວີ ເອົາໃຈໃສ່ໃນການປະຕິບັດມາດຕະການສະກັດກັ້ນ, ການລະບາດ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຢ່າງເຂັ້ມງວດ, ໂຄສະນາປະຊາສຳພັນ ຜົນຮ້າຍຂອງພະຍາດໂຄວິດ 19 ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ໃຫ້ກວ້າງຂວາງ ທົ່ວເຖິງ ເປັນການເຂົ້າສູ່ສະໜາມຮົບ ຕີກັບສັດຕູອັນຕະລາຍຮ້າຍກາດ ບໍ່ມີຕົວຕົນ ບໍ່ຮູ້ຢູ່ທິດໃດ ແຕ່ມີອິດທິພົນທຳລາຍທົ່ວໂລກ.

About admins16