ການນໍາແຂວງບໍລິຄຳໄຊ ຕ້ອນຮັບການນຳແຂວງເລີມດົ່ງ ສສ ຫວຽດນາມ

ໃນວັນທີ 29 ກໍລະກົດ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມເຮັດວຽກຂອງ ທ່ານ ເຈີ່ນດິ່ງວັນ ຮອງເລຂາຜູ້ປະຈຳການຄະນະພັກແຂວງ ຫົວໜ້າຄະນະຜູ້ແທນສະພາ ແຂວງເລີມດົ່ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ມາຢ້ຽມຢາມເຮັດວຽກ ຢູ່ແຂວງບໍໍລິຄຳໄຊ.

ໂອກາດນີ້ທ່ານເຈົ້າແຂວງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມເຮັດວຽກ ຢູ່ແຂວງບໍລິຄຳໄຊໃນຄັ້ງນີ້ ວ່າແມ່ນການເສີມຂະຫຍາຍ, ຮັດແໜ້ນຄວາມສາມັກຄີແບບພິເສດຂອງ 2 ຊາດລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແຂວງບໍລິຄຳໄຊ-ແຂວງເລີມດົ່ງ, ສະແດງເຖິງສາຍພົວພັນອັນດູດດື່ມ, ຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືພິເສດຮ້ອບດ້ານ ລະຫວ່າງສະປະເທດລາວ-ຫວຽດນາມອ້າຍນ້ອງ ທີ່ບໍ່ມີສິ່ງໄດສາມາດຕັດຂາດອອກຈາກກັນໄດ້ ດັ່ງບົດກະວີຂອງທ່ານ ປະທານ ໂຮ່ຈິມິ່ນ ຜູ້ຍິ່ງໃຫຍ່ ພັນລະນາເຖິງສາຍພົວພັນຮວມມືຫວຽດນາມ-ລາວ ວ່າ: “ຮັກແພງກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່ ຫຼາຍນ້ຳໃຫຍ່ ແລະ ໂຄກຄ້ອຍ ຂວາງກັນກໍ່ດຸ່ງໄປ ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກໄວ້ໃນໃຈ ຮົງຮ່າທັງແມ່ຂອງ ບໍ່ເລິກປູນປານໄດ້”.

ຫຼັງຈາກນັ້ນທັງສອງຝ່າຍ ກໍ່ຜັດປ່ຽນກັນລາຍງານຫຍໍ້ ກ່ຽວກັບບັນດາວຽກງານທີ່ພົ້ນເດັ່ນ ເປັນຕົ້ນແມ່ນສະພາບລວມຂອງແຂວງ, ການພັດທະນາເສດທະກິດ-ສັງຄົມ, ທ່າແຮງບົ່ມຊ້ອນ, ວິໄສທັດໃນການພັດທະນາໃນຕໍ່ໜ້າ ແລະ ວຽກງານອື່ນໆ.

ໂອກາດທີ່ມາຢ້ຽມຢາມເຮັດວຽກໃນຄັ້ງນີ້ ຄະນະພັກ-ຄະນະປົກຄອງແຂວງເລີມດົ່ງ ຍັງໄດ້ປະກອບສ່ວນໂຄງການກໍ່ສ້າງອາຄານຫ້ອງວ່າການແຂວງ ໃຫ້ແຂວງບໍລິຄຳໄຊ ຈໍານວນ 1.000.000 ໂດລ່າ, ໃຫ້ກຽດມອບໂດຍ ທ່ານ ເຈີ່ນດິ່ງວັນ ແລະ ໃຫ້ກຽດຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ.

ເພື່ອສະແດງຄວາມຂອບໃຈ ແລະ ຍ້ອງຍໍສັນລະເສີນ ໃນການປະກອບສ່ວນຊ່ວຍເຫຼືອຄັ້ງນີ້ ແຂວງບໍລິຄຳໄຊ ໄດ້ມອບໃບຍ້ອງຍໍໃຫ້ ຄະນະພັກ-ຄະນະປົກຄອງແຂວງເລີມດົ່ງ ສສ ຫວຽດນາມ.

About admins14