ກອງປະຊຸມພົບປະຂັ້ນສູງ ລະຫວ່າງແຂວງບໍລິຄຳໄຊ ແລະ ແຂວງເລີ່ມດົ່ງ ສສ ຫວຽດນາມ

ໃນວັນທີ 29 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມຄະນະຜູ້ແທນຂັ້ນສູງ ລະຫວ່າງແຂວງບໍລິຄຳໄຊ ແລະ ແຂວງເລີ່ມດົ່ງຂື້ນ ແຂວງບໍລິຄຳໄຊມີ ທ່ານ ປອ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງເລິມດົ່ງ ນໍາໂດຍ ສະຫາຍ ເຈິ່ນດິ່ງວັນ ຮອງເລຂາຜູ້ປະຈໍາການຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ປະຈໍາ ແຂວງເລິມດົ່ງ ສສ ຫວຽດນາມ ມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ບົນພື້ນຖານນໍ້າໃຈມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ-ສອງລັດຖະບານລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງບໍລິຄຳໄຊ-ແຂວງເລິມດົ່ງ ສອງຝ່າຍໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດບັນດາເນື້ອໃນບົດບັນທຶກຊ່ວຍຈໍາ ວ່າດ້ວຍການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງແຂວງ ລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງເລິມດົ່ງ ສສ ຫວຽດນາມ ໃນປີ 2017 ທີ່ແຂວງບໍລິຄຳໄຊ ເຫັນວ່າບັນລຸໝາກຜົນສໍາຄັນຫຼາຍຢ່າງ ເປັນຕົ້ນແມ່ນການຮ່ວມມືກໍ່ສ້າງບຸກຄະລາກອນທີ່ແຂວງເລິມດົ່ງ ໄດ້ໃຫ້ການຊ່ວຍເຫຼືອ ແຂວງບໍລິຄຳໄຊ 2 ທຶນຕໍ່ປີ, ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ 19 ແຂວງເລິມດົ່ງ ຍັງໄດ້ມອບງົບປະມານຊ່ວຍເຫຼືອ 2 ຄັ້ງ ລວມ 400 ລ້ານດົ່ງ ເພື່ອປະກອບສ່ວນຊ່ວຍ ແຂວງບໍລິຄຳໄຊ ໃນການຕ້ານພະຍາດ ໂຄວິດ-19, ນອກນັ້ນໃນບາງໂອກາດສໍາຄັນ ທັງສອງແຂວງ ຍັງໄດ້ມີການໄປ-ມາຢ້ຽມຢາມເຊິ່ງກັນ ແລະ ກັນ ໃນໂອກາດວັນບຸນສໍາຄັນຕ່າງໆທັງສອງຝ່າຍໄດ້ມີການອວຍພອນເຊິ່ງ ແລະ ກັນຢ່າງເປັນປົກກະຕິ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບ ແລະ ຄວາມຈິງໃຈ ທີ່ສອງແຂວງຊ່ວຍເຫຼືອຊິ່ງກັນ ແລະ ກັນດ້ວຍດີຕະຫຼອດມາ.

ໃນພິທີສອງຝ່າຍໄດ້ມີການປະກອບສ່ວນແລກປ່ຽນຄຳເຫັນ ເພື່ອຄົ້ນຄວ້າພິຈາລະນາການຮ່ວມມືໃນຫຼາຍດ້ານ ເປັນຕົ້ນແມ່ນສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງແຂວງບໍລິຄຳໄຊ-ເລິມດົ່ງ ໃຫ້ນັບມື້ເປີດກວ້າງ ແລະ ເຂົ້າສູ່ລວງເລິກຍິ່ງຂື້ນ, ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບສາຍພົວພັນພິເສດລາວ-ຫວຽດນາມ, ພ້ອມກັນສ້າງຂະບວນການ ແລະ ກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນບຸນປະຫວັດສາດສໍາຄັນຕ່າງໆຂອງສອງປະເທດ-ສອງແຂວງ, ໂດຍສະເພາະການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ໃຫ້ເປັນຂະບວນພົດພື້ນ, ສອງແຂວງເພີ່ມທະວີການພົບປະແລກປ່ຽນ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນລະດັບການນໍາຂັ້ນສູງ ແລະ ວິຊາການ ໃຫ້ເປັນປົກກະຕິຕໍ່ເນື່ອງໃນຂົງເຂດຕ່າງໆ, ໂດຍສະເພາະແມ່ນການຮ່ວມມືຊ່ວຍເຫຼືອກໍ່ສ້າງບຸກຄະລາກອນ, ການຮ່ວມມືດ້ານກະສິກຳ, ການລົງທຶນ, ທ່ອງທ່ຽວ ແລະ ວັດທະນະທໍາ-ສັງຄົມ ແລະ ວຽກງານອື່ນໆ.

ໃນຕອນຄໍ່າຂອງວັນດຽວກັນ ກໍ່ໄດ້ມີພິທີບາສີສູ່ຂັວນ ໃຫ້ແກ່ຄະນະຜູ້ແທນແຂວງເລິມດົ່ງ ເພື່ອເປັນການອວຍພອນເຊີ່ງກັນ ແລະ ກັນ ທັງເປັນການຮັດແໜ້ນຄວາມສາມັກຄີແບບພິເສດຂອງ 2 ຊາດ ລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແຂວງບໍລິຄຳໄຊ-ແຂວງເລິມດົ່ງ ດ້ວຍບັນຍາກາດອັນດີງາມ. ພ້ອມດຽວກັນຍັງໄດ້ຮັບຊົມການສະແດງບົດຟ້ອນຈາກນ້ອງນ້ອຍສູນວັດທະນະທຳເດັກ ແລະ ໂຮງຮຽນແຕ່ງທອງ ໃນຫຼາຍລາຍການ ທີ່ມີເນື້ອໃນສະແດງເຖິງສາຍພົວພັນອັນດູດດື່ມ, ຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືພິເສດຮ້ອບດ້ານ ລະຫວ່າງປະເທດລາວ-ຫວຽດນາມອ້າຍນ້ອງ ທີ່ນັບມືນັບມີຄວາມໝັ້ນຄົງທະນົງແກ່ນ ແລະ ແໜ້ນແຟ້ນກົມກຽວຍິ່ງໆຂື້ນໄປ ດັ່ງຄໍາເວົ້າຂອງ ທ່ານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາໄດ້ເວົ້າວ່າ: “ເຖິງວ່າພູຈະຖືກເຊາະເຈື່ອນ ແມ່ນໍ້າລຳເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນ ຊົ່ວກາລະນານ”.

About admins14