ການນໍາເມືອງວຽງທອງ ອວຍພອນຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພັນ 617

ໃນວັນທີ 20 ມັງກອນ 2023 ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ພ້ອມດ້ວຍຄະນະນໍາຂອງເມືອງ ແລະ ບັນດາຫົວໜ້າຫ້ອງການ, ກົມກອງ ໄດ້ນໍາເອົາກະຕ່າຂອງຂັວນໄປອວຍພອນ ຄະນະພັກ-ຄະນະບັນຊາ,ນາຍ ແລະ ພົນທະຫານ ກອງພັນ 617 ທະຫານ ແຂວງບໍລິຄຳໄຊ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບ ຮອບ74 ປີ (20 ມັງ ກອນ 1949-20 ມັງກອນ 2023).

ໃນໂອກາດນີ້, ທ່ານ ຄຳມອນ ໄຊພົມມີ ໄດ້ກ່າວສະແດງຄຳອວຍພອນອັນປະເສີດມາຍັງຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພັນ 617 ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານການເມືອງ ທີ່ພັກ – ລັດ ແລະ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ໂອກາດນີ້ ທ່ານ ພັທ ທອງມາ ໄຊຍະວົງ ຫົວໜ້າການເມືອງກອງພັນ 617 ຕາງໜ້ານາຍ ແລະ ພົນທະຫານ ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ, ຄະນະນຳຂອງເມືອງ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ແລະ ຈະສືບຕໍ່ຮັດແໜ້ນຄວາມສາມັກຄີ, ພ້ອມທັງຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງ ໃຫ້ເຂັ້ມແຂງໜັກແໜ້ນ.

About admins14