ເມືອງປາກຊັນ ສະຫລຸບຜົນການສອບເສັງຄັດເລືອກນັກຮຽນເກັ່ງ

ການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງຂອງຊັ້ນປະຖົມສຶກສາ ປໍ5, ມໍ4 ແລະ ມໍ7 ປະຈຳສົກຮຽນ 2022 – 2023 ພາຍໃນເມືອງປາກຊັນ ໄດ້ຈັດຂຶ້ນ ແລະ ປິດລົງໃນຕອນບ່າຍຂອງວັນທີ 23 ມັງກອນ 2023 ຢູ່ສະໂມສອນປົກຄອງເມືອງປາກຊັນ ໂດຍໃຫ້ກຽດເຂົ້້າຮ່ວມເປັນປະທານຂອງທ່ານ ໂພຄຳ ຈັນທະສຸກ ຮອງເຈົ້້າເມືອງປາກຊັນ, ແລະ ທ່ານ ຄຳແວ່ນ ປັນຍານຸວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄະນະກຳມະການຮັບຜິດຊອບການສອບເສັງ, ຄູ – ອາຈານ ແລະ ນັກສອບເສັງ ເຂົ້້າຮ່ວມ.

ການສອບເສັງຊັ້ນປະຖົມສຶກສາ ປໍ5, ມີນັກສອບເສັງ 21 ຄົນ, ຍິງ 16 ຄົນ, ມີ 3 ວິຊາສອບເສັງ ຄື : ຄະນິດສາດ ມີ 7 ຄົນ, ຍິງ 3 ຄົນ, ວິຊາພາສາລາວ ມີ 7 ຄົນ, ຍິງ 6 ຄົນ ແລະ ວິຊາໂລກອ້ອມຕົວ ມີ 7 ຄົນ, ຍິງ 7 ຄົນ, ຊັ້ນມັດທະຍົມສຶກສາຕອນຕົ້ນ ມໍ4 ນັກສອບເສັງ 36 ຄົນ, ຍິງ 24 ຄົນ ມີ 4 ວິຊາສອບເສັງ ຄື : ວິຊາຄະນນິດສາດ ມີ 9 ຄົນ, ຍິງ 5 ຄົນ, ວິຊາພາສາລາວ-ວັນນະຄະດີ ມີ 9 ຄົນ, ຍິງ 6 ຄົນ, ວິຊາຟີຊິກສາດ ມີ 9 ຄົນ, ຍິງ 6 ຄົນ ແລະ ວິຊາເຄມີສາດ ມີ 9 ຄົນ, ຍິງ 7 ຄົນ.

ຊັ້ນມັດທະຍົມສຶກສາຕອນປາຍ ມໍ7 ມີນັກສອບເສັງ 12 ຄົນ, ຍິງ 6 ຄົນ, ມີ 4 ວິຊາສອບເສັງ ຄື : ວິຊາຄະນິດສາດ 3 ຄົນ, ຍິງ 1 ຄົນ, ພາສາລາວ-ວັນນະຄະດີ 3 ຄົນ, ຍິງ 2 ຄົນ, ຟີຊິກສາດ 3 ຄົນ, ຍິງ 2 ຄົນ ແລະ ວິຊາເຄມີສາດ ມີ 3 ຄົນ ຍິງ 1 ຄົນ, ໃຊ້ເວລາ 1 ວັນເຕັມ, ສອບເສັງຊັ້ນປະຖົມໃຊ້ເວລາ 90 ນາທີ ສ່ວນມັດທະຍົມສຶກສາ ຊັ້ນ ມໍ 4 ແລະ ມໍ7 ໃຊ້ເວລາ 120 ນາທີ.

ຜົນການສອບເສັງຊັ້ນປະຖົມ ປໍ5 ວິຊາຄະນິດສາດ ອັນດັບທີ 1 ທ້າວ ມັນນີ່ ປະທຳມະວົງ ຈາກປະຖົມບ້ານບົງ, ທີ 2 ນາງ ເມັດມະນີ ມູນຄະດີ ປະຖົມປາກຊັນໃຕ້, ທີ 3 ນາງ ພຸດທະສອນ ພົມພັກດີ ປະຖົມນາສົ້ມມໍ, ວິຊາພາສາລາວ ທີ 1 ນາງ ສຸກສົມບັດ ສຸວັນນະລາດ ປະຖົມໂພນໄຊເໜືອ, ທີ 2 ນາງ ພູສາ ຊູລັດ ປະຖົມບ້ານບົງ, ທີ 3 ນາງ ຈັນທະສອນ ຫຼວງພິທັກ ປະຖົມບ້ານກ້ວຍ, ວິຊາໂລກອ້ອມຕົວ ທີ່ 1 ນາງ ອອມສິນ ກົງວິລັດ ປະຖົມບ້ານບົງ, ທີ 2 ນາງ ໂສພາລັກ ອິນປັນຍາ ປະຖົມປາກຊັນໃໝ່, ທີ 3 ນາງ ເນັດພາພອນ ອິນທະຈັກ ປະຖົມຫ້ວຍສຽດ.

ຊັ້ນມັດທະຍົມຕົ້ນ ມໍ4 ວິຊາຄະນິດສາດ ທີ 1 ທ້າວ ທະນະພົນ ໄກຍະລາດ ໂຮງຮຽນແຕ່ງທອງ, ທີ 2 ນາງ ວິລະວັນ ພູວັນໂນ ມໍຕົ້ນໂພສີ, ທີ 3 ນາງ ມະນີວັນ ພະໄຊສີສຸນົນ ມໍຕົ້ນປາກຊັນໃໝ່, ວິຊາພາສາລາວ-ວັນນະຄະດີ ທີ 1 ທ້າວ ແກ້ວອຸດອນ ອິນທະສານ ມໍຕົ້ນແຕ່ງທອງ, ທີ 2 ນ. ຄິດຕີນ່າ ຈັນທະລາພັນ ມໍຕົ້ນໂພສີ, ທີ 3 ນາງ ແວດຄຳ ມສ ໜອງບົວ, ວິຊາຟີຊິກສາດ ທີ 1 ນາງ ອາລຸນີ ວົງໄກສອນ ມໍຕົ້ນໂພສີ, ທີ 2 ທ້າວ ອານິນອຸລາວົງ ມສ ໜອງບົວ, ທີ 3 ນາງ ໄພລາວັນ ແພງນາວົງ ມໍຕົ້ນແຕ່ງທອງ, ວິຊາເຄມີສາດ ທີ 1 ນາງ ພອນພະຈິກ ແກ້ວປັນຍາ ມໍຕົ້ນໂພສີ, ທີ 2 ນາງ ນິດາ ອິນທະວົງ ມສ ໜອງບົວ ແລະ ທີ 3 ນາງ ທັບທິມ ມັດທະວົງ ມຕ ປາກຊັນ.

ຊັ້ນມັດທະຍົມສຶກສາຕອນປາຍ ຊັ້ນ ມ7 ວິຊາຄະນິດສາດ ທີ 1 ທ້າວ ຊານົນ ອໍລະພິມ ມສ ໜອງບົວ, ທີ 2 ສ.ນ ຕ້ອຍ ວົງວິໄລ ມສ ສົງ, ທີ 3 ນາງ ພອນທິບ ວິນາວົງ ມສ ໂພນໄຊ, ວິຊາພາສາລາວ-ວັນນະຄະດີ ທີ 1 ນາງ ໂບນັດ ສຸວັນນະວົງ ມສ ໂພນໄຊ, ທີ 2 ສ.ນ ແອນ້ອຍ ຈັນທະວົງ ມສ ສົງ, ທີ 3 ນາງ ອ້ອຍ ເພັດນາລີ ມສ ໜອງບົວ, ວິຊາຟີຊິກສາດ ທີ 1 ນາງ ຈັນສະໝອນ ສຸພານັນ ມສ ໜອງບົວ, ທີ 2 ສ.ນ ອານົນ ຊາແສງບົງ ມສ ສົງ, ທີ 3 ນາງ ຈຸລີ່ ມາກວິໄລ ມສ ໂພນໄຊ, ວິຊາເຄມີສາດ ອັນດັບທີ 1 ນາງ ມີຕ່າ ຂຸນປັນຍາ ມສ ໜອງບົວ, ທີ 2 ສ.ນ ຄຳໝັ້ນ ໄຊຍະວົງ ມສ ສົງ ແລະ ທີ 3 ທ້າວ ທານິນ ວົງຫາລາດ ມສ ໂພນໄຊ.

ສ່ວນຜົນການຖາມ-ຕອບວິທະຍາສາດ ທີ 1 ກຸ່ມໂຮງຮຽນປະຖົມໂພນສະຫວ່າງ, ທີ 2 ກຸ່ມໂຮງຮຽນໂພນໂຮມ ແລະ ທີ 3 ໂຮງຮຽນ ກຸ່ມອານຸສອນໄຊ, ຊັ້ນມັດທະຍົມ ທີ 1 ໂຮງຮຽນ ມສ ສົງ, ທີ 2 ມໍຕົ້ນ ໂພສີ ແລະ ທີ 3 ມໍຕົ້ນປາກຊັນ.

 

About admins16