ກອງພັນປ້ອງກັນເຄື່ອນທີ່ ສະຫລຸບວຽກງານ ປະຈໍາປີ 2022

ໃນວັນທີ 23 ມັງກອນ 2023 ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ໂດຍການເປັນປະທານຂອງ ທ່ານ ພັທ ໄຂ່ຄໍາ ປັນຍານຸວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພັອ ຄໍາເເພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ມີຄະນະກອງ, ກອງຮ້ອຍ, ໝວດ, ໝູ່, ແຂກຖືກເຊີນ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດພາຍໃນກອງພັນປ້ອງກັນເຄື່ອນທີ່ ເຂົ້າຮ່ວມ.

ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງບໍລິຄໍາໄຊ ເປັນກອງໜຶ່ງທີ່ໄດ້ຮັບການຊີ້ນໍາ-ນໍາພາ ໂດຍກົງຮອບດ້ານຂອງຄະນະພັກກອງບັນຊາການ ປກສ ແຂວງ, ມີບົດບາດເປັນເສນາທີການໃຫ້ແກ່ຄະນະພັກຄະນະກອງບັນຊາການ ປກສ ແຂວງ ໃນວຽກງານປ້ອງກັນຄວາມສະຫງົບ ແລະ ວາງແຜນຕອບໂຕ້ທຸກກົນອຸບາຍສະຖານະການຕ່າງໆ, ທີ່ພວກສັດຕູ ແລະ ກຸ່ມຄົນບໍ່ດີອາດຈະກໍ່ຂຶ້ນໃນສັງຄົມ, ເອົາໃຈໃສ່ຊີ້ນໍາ-ນໍາພາ ແຕ່ລະຫ້ອງການກອງຮ້ອຍ ເຮັດວຽກງານປ້ອງກັນຄວາມສະຫງົບຕາມສໍານັກງານອົງການ ແລະ ສະຖານທີຕ່າງໆຂອງພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ວັນບຸນສໍາຄັນຕ່າງໆຂອງຊາດໃຫ້ມີຄວາມສະຫງົບປອດໄພຮອບດ້ານ.

ຕອນທ້າຍ ກອງປະຊຸມຍັງໄດ້ຮັບຟັງຄໍາໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຈາກທ່ານ ພັນເອກ ຄໍາເເພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ເຊີ່ງທ່ານໄດ້ເນັ້ນໜັກໃຫ້ຄະນະກອງ, ຄະນະພະແນກ, ຕະຫຼອດຮອດ ນາຍ ແລະ ພົນຕຳຫຼວດ ທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ເປັນເຈົ້າການໃນການປະຕິບັດບັນດາວຽກງານຈຸດສຸມທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ, ສືບຕໍ່ເຮັດວຽກງານສືກສາອົບຮົມ-ນຳພາການເມືອງແນວຄິດໃຫ້ນາຍ ແລະ ພົນຕຳຫຼວດເປັນປົກກະຕິຕໍ່ເນື່ອງເພື່ອພ້ອມກັນຍົກສູງທາດແທ້ຄຸນສົມບັດ, ສິນທໍາປະຕິວັດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານດ້ານຕ່າງໆທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ຢ່າງມີປະສິດທິຜົນສູງ.

About admins14